ຕາມຂ່າວສານຊິນຮວາ,ໃນກອງປະຊຸມປະສົມຂອງຂະແໜງການມູນນິທິທີ່ຈັດຂຶ້ນຢູ່ປັກກິ່ງໃນຫວ່າງມໍ່ໆນີ້,ທ່ານຊ້າງຟູລິນ ປະທານຄະນະກຳມະການຕິດຕາມຄຸ້ມຄອງຫຼັກຊັບຈີນຊີ້ອອກວ່າ,ປັດຈຸບັນ,ຜູ່ລົງທຶນຕະຫຼາດຫຸ້ນຈີນນັບມື້ນັບມີຄວາມໝັ້ນໃຈ,ການພັດທະນາຕະຫຼາດທັງໝົດໄດ້ປະກົດມີທ່ວງທ່າກະເຕື້ອງດີຂຶ້ນ.
ເດືອນພຶດສະພາປີນີ້,ພາຍຫຼັງຟື້ນຟູການຈຳໜ່າຍບັດຫຸ້ນສ່ວນໃໝ່ທີ່ໄດ້ຢຸດເຊົາມາເປັນເວລາປີປາຍແລ້ວ,ວິສາຫະກິດຕ່າງໆທີ່ມີຄຸນນະພາບດີເຊັ່ນທະນາຄານຈີນ,ທະນາຄານອຸດສາຫະກຳການຄ້າຈີນໄດ້ຈຳໜ່າຍບັດຫຸ້ນສ່ວນໃນຕະຫຼາດຫຸ້ນ.ປັດໄຈດີຕ່າງໆໄດ້ຍົກສູງຄຸນຄ່າການລົງທຶນຂອງບໍລິສັດທີ່ຂາຍຫຸ້ນສ່ວນໃນຕະຫຼາດນັ້ນຢ່າງຫຼວງຫຼາຍ.ຜູ່ລົງທຶນຈຳນວນຫຼວງຫຼາຍໄດ້ຮັບຄ່າຕອບແທນເປັນຢ່າງດີ,ເງິນທຶນພາຍໃນປະເທດພວມໄຫຼເຂົ້າສູ່ຕະຫຼາດຫຸ້ນນັບມື້ນັບຫຼາຍ.
|