ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-23 18:15:10    
ຍົນ​ໂດຍ​ສານ​A380​ທີ່​ໃຫຍ່​ພິ​ລຶກ​ບິນ​ມາ​ຮອດ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ເຊົ້າ​ເວລາ10​ໂມງ5​ນາທີ ​ວັນ​ທີ23​ພະຈິກ​ນີ້​ເວລາ​ປັກ​ກິ່ງ,​ຍົນ​ໂດຍ​ສານ​ເອບັສ 380 ທີ່​ເປັນຍົນ​ໃຫຍ່​ພິ​ລຶກ​ໄດ້​ບິນ​ມາຮອດ​ສະໜາມ​ບິນ​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ສະ​ໜາມ​ບິນ​ແຫ່ງ​ທີ​ສອງ​ທີ່​ຍົນ​ດັ່ງກ່າວ​ລົງ​ຈອດ​ຢູ່​ເຂດ​ໃນ​ຈີນ.

ເທື່ອ​ນີ້,ຍົນ​ເອບັສ380ຈອດ​ຢູ່​ສະໜາມ​ບິນ​ນະຄອນຫຼວງ​ປັກ​ກິ່ງ​ພຽງ6​ຊົ່​ວ​ໂມງ,​ພຽງ​ແຕ່​ຈອດ​ຊື່ໆ,​ບໍ່​ສະ​ແດງ​ການບິນ.​ຕອນ​ບ່າຍ4​ໂມງ​ຈະ​ບິນ​ໄປ​ສະໜາມ​ບິນ​ພູ​ຕົ່ງ​ຊຽງ​ໄຮ້,​ເມື່ອ​ວາງສະ​ແດງ​ໃນ​ວັນ​ທີ24​ພະຈິກ​ແລ້ວ,ຈະ​ກັບ​ຄືນ​ສູ່​ຝະຣັ່ງ​ໃນ​ມື້​ດຽວ​ກັນ.

ຍົນ​ເອບັສ 380 ​ແມ່ນ​​ເຮືອບິນພົນລະ​ເຮືອນ​ທີ່​ມີ​ຄວາມ​ສາມາດ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ໄດ້​ຫຼາຍ​ທີ່​ສຸດ ອອກ​ແບບ​ແລະ​ຜະລິດ​ໂດຍ​ບໍລິສັດ​ເອບັສ​ເອີ​ລົບ.ຍົນ​ໂດຍ​ສານ​ແບບ​ນີ້​ມີ​ສອງ​ຊັ້ນ, ​ສາ​ມາດ​ບັນ​ທຸກ​ຜູ່​ໂດຍສານ​ໄດ້840ຄົນ.​ເມື່ອ​ໃຊ້​ການ​​ແລ້ວ,ຍົນ A380 ຈະ​ກາຍ​ເປັນ​ຍົນ​ໂດຍ​ສານ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ.