ການພັດທະນາພະລັງງານທົດແທນແມ່ນມາດຕະການຍຸດທະສາດສຳຄັນອັນ ຫນຶ່ງເພື່ອຮັບປະກັນຄວາມປອດໄພດ້ານພະລັງງານຂອງຈີນ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 20 ພະຈິກນີ້, ທ່ານເຈິ່ງເຜີຍຢຽນ ຮອງນາຍົກລັດຖະມົນຕີຈີນເວົ້າວ່າ, ການພັດທະນາພະລັງງານທົດແທນແມ່ນມາດຕະການຍຸດທະສາດສຳຄັນອັນຫນຶ່ງເພື່ອຮັບປະກັນຄວາມປອດໄພດ້ານພະລັງງານຂອງຈີນ.
ໃນເວລາເປັນປະທານຈັດກອງປະຊຸມຄົ້ນຄວ້າພັດທະນາພະລັງງານທົດແທນຢູ່ປັກກິ່ງ,ທ່ານເຈິ່ງເຜີຍຢຽນເວົ້າວ່າ, ໂຄງປະກອບພະລັງງານຂອງຈີນຕົ້ນຕໍແມ່ນພະລັງງານດັ້ງເດີມ, ການພັດທະນາພະລັງງານທົດແທນ,ຈະຫລຸດການນຳໃຊ້ຖ່ານຫີນໃຫ້ຫນ້ອຍລົງ, ເຊິ່ງມີຜົນດີຕໍ່ການປັບປຸງໂຄງປະກອບພະລັງງານໃຫ້ດີ, ຍົກສະມັດຕະພາບຂອງພະລັງງານໃຫ້ສູງຂຶ້ນ,ມີຄວາມຫມາຍສຳຄັນຍິ່ງຕໍ່ການຮັບປະກັນຄວາມປອດໄພດ້ານພະລັງງານ,ແລະຜ່ອນຄາຍການສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມຂອງພະລັງງານ.ທ່ານເວົ້າວ່າ, ຈີນຕ້ອງຕັ້ງຫນ້າຮ່ວມມືກັບສາກົນໃນການພັດທະນາພະລັງງານທົດແທນ, ນຳເຂົ້າເຕັກນິກກ້າວຫນ້າ, ຖອດຖອນເອົາບົດຮຽນອັນໃຫມ່ທັນສະໄຫມ.
ຜ່ານການທຳຄວາມພະຍາຍາມມາຫລາຍປີ, ຈີນໄດ້ມີເຕັກນິກພະລັງງານທົດແທນທີ່ມີສິດຊັບສິນທາງປັນຍາຂອງຕົນເອງທີ່ນັບມື້ນັບອຸດົມສົມບຸນ, ໂຄງການແບບຢ່າງສ່ວນຫນຶ່ງຈະເລີ່ມນຳໃຊ້ໃນໄວໆນີ້, ບ່ອນທົດລອງໃຊ້ວັດຖຸເຊື້ອໄຟແທນຄື ນ້ຳມັນເຊື້ອໄຟແອວຄໍຮໍ ໄດ້ດຳເນີນໄປຢ່າງສະດວກ,ອັນໄດ້ສ້າງພື້ນຖານອັນດີງາມໃຫ້ແກ່ການບຸກເບີກພະລັງງານທົດແທນໃນບາດກ້າວຕໍ່ໄປ.
|
|