ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-18 22:02:03    
ຜູ່​ນຳ​ອົງການ​ເອ​ເປັກ​ກັບ​ສະ​ພາ​ມົນ​ຕີ​ໃຫ້​ຄຳ​ຫາ​ລື​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 18 ພະຈິກ​ນີ້, ຜູ່​ນຳຫຼື​ຜູ່​ຕາງໜ້າ​ຂອງ 21 ສະມາຊິກ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກພື້ນ​ອາຊີ​ປາຊີ​ຟິກຫຼື ​ເອ​ເປັກ ທີ່​ພວມ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ເອ​ເປັກຄັ້ງທີ 14 ທີ່​ຮ່າ​ໂນຍ​ຂອງ​ຫວຽດ​ນາມ ​ໄດ້​ຈັດ​ກອງ​ປະ​ຊຸມ​ເຈລະຈາ​ກັບ​ສະພາ​ມົນຕີ​ໃຫ້​ຄຳ​ຫາລື​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ອົງ​ການ​ເອ​ເປັກ.

​ໃນ​ການ​ເລີ່​ມປະຊຸມ, ທ່ານ​ຫງຽນມິນ​ຈຽດ ປະທານ​ປະ​ເທດ​ຫວຽດນາມ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ:

"​ເພື່ອ​ບັນລຸ​ເປົ້າໝາຍ​ໂບກໍ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ແລະ​ການ​ເຈ​ລະ​ຈາ​ຢ່າງ​ເປີດ​ເຜີຍ​ລະຫວ່າງ​ຜູ່​ນຳ​ກັບ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຂາດ​ບໍ່​ໄດ້. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ຈະ​ນຳ​ໃຊ້​ໂອ​ກາດ​​ເອື້ອ​ອຳ​ນວຍ​ອັນ​ລ້ຳ​ຄ່ານີ້​, ລົງ​ເລິກ​ປຶ​ກສາ​ຫາລື​ກັນ, ​ແຕ້ມ​ຜັງ​ວາດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ເອ​ເປັກ​ໃນອະນາຄົດ​."