|
ຕາມຂ່າວສານຊິນຮວາ: ຫວ່າງມໍ່ນີ້ ຢູ່ທີ່ປັກກິ່ງ, ກຸ່ມຝອດ ເຊິ່ງແມ່ນກຸ່ມຜະລິດລົດຍົນໃຫຍ່ທີສອງຂອງໂລກໄດ້ປະກາດວ່າ, ໃນໄລຍະທຳອິດ ຈະລົງທຶນ 220 ລ້ານຢວນເພື່ອສ້າງສູນວິສະວະກຳແລະຄົ້ນຄວ້າພັດທະນາລົດຍົນຝອດຢູ່ຈີນ. ບໍລິສັດຜະລິດລົດຍົນມາສດາກໍ່ປະກາດວ່າມີແຜນການສ້າງສູນອອກແບບລົດຍົນຢູ່ຈີນ. ຍັງມີບໍລິສັດຜະລິດລົດຍົນຂ້າມຊາດຈຳນວນໜຶ່ງມີແຜນການສ້າງສູນຄົ້ນຄວ້າພັດທະນາລົດຍົນຢູ່ຈີນໃນໄລຍະມໍ່ໆນີ້.
ທ່ານເສິງເມິຍເວິຍ ຮອງປະທານບໍລິສັດຜະລິດລົດຍົນຝອດກ່າວວ່າ, ການສ້າງສູນວິສະວະກຳແລະຄົ້ນຄວ້າພດທະນາລົດຍົນຝອດຢູ່ຈີນໄດ້ສະແດງໃຫ້ເຫັນເຖິງຍຸດທະສາດພັດທະນາໄລຍະຍາວຢູ່ຈີນຂອງບໍລິສັດຝອດ.
ບຸກຄົນຂັ້ນສູງຂອງບໍລິສັດຜະລິດລົດຍົນມາສດາກໍກ່າວວ່າ, ບໍລິສັດມາສດາມີຄວາມໝັ້ນໃຈທີ່ສຸດຕໍ່ຕະຫຼາດລົດຍົນຈີນ, ຍາດແຍ່ງຈະຜະລິດແລະຈຳໜ່າຍລົດຍົນຢູ່ຈີນ 3 ແສນຄັນເມື່ອຮອດປີ 2010.
|