ຕາມຂ່າວ CRI: ວັນທີ 17 ພະຈິກນີ້, ກອງປະຊຸມຜູ່ນຳວົງການອຸດສາຫະກຳການຄ້າຂອງອົງການຮ່ວມມືເສດຖະກິດພາກພື້ນອາຊີປາຊີຟິກຫຼືເອເປັກໄດ້ຈັດຂຶ້ນຢູ່ທີ່ຮ່າໂນຍຂອງຫວຽດນາມ. ໃນພິທີໄຂປະຊຸມ, ທ່ານອູຕຽນລົກ ປະທານຂອງກອງປະຊຸມ ປະທານສະຫະພັນອຸດສາຫະກຳການຄ້າຫວຽດນາມໄດ້ກ່າວຄຳປາໄສວ່າ, ປັດຈຸບັນ ອົງການເອເປັກພວມປະເຊີນສິ່ງທ້າທາຍຫຼາຍຢ່າງ.
ທ່ານອູຕຽນລົກກ່າວວ່າ, ການເຈລະຈາຮອບໂດຮາຂອງອົງການການຄ້າໂລກຢຸດຊະງັກ, ນີ້ຈະພາໃຫ້ລັດທິປົກປ້ອງການຄ້າເງີຍຫົວຂຶ້ນ; ເຖິງວ່າສັນຍາການຄ້າລະຫວ່າງພາກພື້ນ ອະນຸພາກພື້ນແລະລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງກໍ່ຕາມ, ແຕ່ສັນຍາການຄ້າເຫຼົ່ານີ້ບໍ່ເປັນເອກະພາບກັນ, ນີ້ຈະພາໃຫ້ຕົ້ນທຶນການຄ້າເພີ່ມຂຶ້ນແລະພາໃຫ້ການຄ້າຂາຍສັບສົນເຂົ້າ. ນອກນີ້, ສິ່ງທ້າທາຍຂອງລັດທິກໍ່ການຮ້າຍ ພະຍາດຕິແປດລະບາດແລະໄພທຳມະຊາດເປັນຕົ້ນ ຍັງຄົງເປັນການຂົ່ມຂູ່ຕໍ່ຄວາມຈະເລີນຂອງພາກພື້ນຕົນ.
ທ່ານອູຕຽນລົກສະເໜີໃຫ້ຜູ່ນຳວົງການອຸດສາຫະກຳການຄ້ານຳໃຊ້ໂອກາດກອງປະຊຸມສຸດຍອດອົງການເອເປັກເທື່ອນີ້, ປຶກສາຫາລືກັນຢ່າງເລິກເຊິ່ງຕໍ່ສິ່ງທ້າທາຍເຫຼົ່ານີ້ແລະການທີ່ຈະຮັບມືແນວໃດ.
|