ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-16 21:53:00    
ທ່ານ​ໂປ​ຊິ​ໄລ​ກ່າວ​ວ່າ​ຈີນ​ຈະ​ສຸມ​ກຳ​ລັງ​ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ທ່ຽງ​ທຳ​ປອດ​ໃສ​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ວ່ອງ​ໄວ​ໃຫ້​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ

cri
ຕາມ​ຂ່າວCRI, ວັນ​ທີ16​ພະຈິກ​ນີ້,​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ເອ​ເປັກ​ຄັ້ງ​ທີ​18​ທີ່​ຈັດ​ຂຶ້ນຢູ່​ທີ່​ຮ່າ​ໂນ​ຍຂອງ​ຫວຽດນາມ,ທ່ານ​ໂປ​ຊີ​ໄລ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ຈີນ​ສຸມ​ກຳ​ລັງ​ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ທ່ຽງ​ທຳ ປອດ​ໃສ ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ວ່ອງ​ໄວ​ໃຫ້​ແກ່​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ.

ທ່ານ​ໂປ​ຊີ​ໄລ​ກ່າວ​ວ່າ,​ໃນ​ຂົງ​ເຂດ​ລະບຽບ​ການ​ດ່ານ​ພາ​ສີ,​ຈີນ​ຕັ້ງ​ໜ້າ​ກໍ່​ສ້າງ​ລະ​ບອບ​ຜ່ານ​ດ່ານ​ທີ່​ຖື​ກາ​ນຍົກ​ສູງ​ປະ​ສິດ​ທິ​ພາບ​ຂອງ​ການ​ຜ່ານ​ດ່ານ​ເປັນ​ແກນ​ກາງ,​ໃນ​ຂົງ​ເຂດ​ການ​ຫັນ​ມາດ​ຖານ​ເປັນ​ເອກະ​ພາບ​ກັນ​ແລະ​ໃຫ້​ຄວາມ​ຢັ້ງຢືນ​ແກ່​ກັນ,​ປັດ​ຈຸ​ບັນ,ຈີນ​ໃຊ້​ມາດ​ຖານ​ສາ​ກົນ​ເປັນ​ກົດ​ບັນ​ຍັດ​ດ້ານ​ເຕັກ​ນິກ​ໄດ້​ຈາກ​12%​ໃນ​ປີ​1978​ຂຶ້ນ​ຮອດ​40%​ຂຶ້ນ​ໄປ​ໃນ​ປັດ​ຈຸ​ບັນ.ໃນ​ດ້ານ​ການ​ຈໍ​ລະ​ຈອນ​ຂອງ​ບຸກ​ຄົນການ​ຄ້າ,ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ຈີນ​ໄດ້​ເບີກ​ບັດ​ທ່ອງ​ທ່ຽວ​ທຸ​ລະ​ກິດ​ເອ​ເປັກ​6000​ກວ່າ​ບັດ.​ຈີນ​ຍັງ​ໄດ້​ປະ​ກາດ​ວິ​ທີ​ຄຸ້ມ​ຄ້ອງ​ການ​ອາ​ໄສ​ຢູ່​ຈີນ​ຢ່າງ​ຖາ​ວອນ​ຂອງ​ຊາວ​ຕ່າງ​ປະ​ເທດ,​ໄດ້​ວາງ​ລະ​ບອບ​ບັດ​ຂຽວ​ຂ​ອງ​ຈີນ.​ປັດ​ຈຸ​ບັນ,​ໄດ້​ອະ​ນຸ​ມັດ​3000​ກວ່າ​ຄົນ​ອາ​ໄສ​ຢູ່​ຈີນ​ແລ້ວ.