ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-16 21:37:16    
ຈີນ​ຈະ​ເປີດ​ຕະ​ຫຼາດ​ທຸ​ລະ​ກິດ​ເງິນ​ຢວນ​ຢ່າງ​ຮອບ​ດ້ານ​ຕໍ່​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ

cri
ຕາມ​ຂ່າວCRI,​ກົດ​ລະ​ບຽບ​ການ​ຄຸ້ມ​ຄອງ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ທີ່​ລັດ​ຖະ​ບານ​ຈີນ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ຈະ​ເລີ່​ມ​ປະ​ຕິ​ບັດ​ແຕ່​ວັນ​ທີ​11​ທັນ​ວາ​ປີ​ນີ້​ເປັນ​ຕົ້ນ​ໄປ,​ເມື່ອ​ຮອດ​ເວລາ​ນັ້ນ,​ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້​ໃນ​ເວ​ລາ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO​ເມື່ອ5​ປີ​ກ່ອນ,​ເປີດ​ຕະ​ຫຼາດ​ທຸ​ລະ​ກິດ​ເງິນ​ຢວນ​ຢ່າງ​ຮອບ​ດ້ານ​ຕໍ່​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ.

ວັນ​ທີ16​ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ຫ້ອງການ​ກົດ​ໝາຍ​ຂອງ​ລັດ​ຖະ​ບານ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ທະນາຄານ​ຈີນ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ກົດ​ລະ​ບຽບ​ການ​ຄຸ້ມ​ຄອງ​ທະນາຄານ​ທຶນ​ຕ່າງປະ​ເທດ.​ທ່ານ​ຊົງ​ຕ້າ​ຫານ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກົດ​ໝາຍ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,ຂໍ້​ກຳນົດ​ຕ່າງໆ​ໃນ​ກົດ​ລະ​ບຽບ​ດັ່ງ​ກ່າວ​ເຊັ່ນ​ຮຽກ​ຮ້ອງ​ໃຫ້​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ທີ່ດຳ​ເນີນ​ທຸ​ລະ​ກິດ​ເງິນ​ຢວນ​ຮອບ​ດ້ານ​ນັ້ນ​ຕ້ອງ​ຈົດ​ທະ​ບຽນ​ຢູ່​ຈີນ​ແລະ​ອື່ນໆ ສອດ​ຄ່ອງ​ກັບ​ຫຼັກ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢ່າງ​ລະ​ມັດ​ລະ​ວັງ​ຂອງ​ອົງ​ການ​ການ​ຄ້າ​ໂລກ,​ແລະ​ເປັນ​ເອ​ກະ​ສັນ​ກັນ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ໃນ​ເວລາ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ.

ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​ທີ່​ຄະນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ທະ​ນາ​ຄານ​ຈີນ​ປະກາດ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ,​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ໄດ້​ສ້າງ​ສະ​ຖາ​ບັນ​ທຸ​ລະ​ກິດ​269​ແຫ່ງ​ຢູ່​ຈີນ.​ສະ​ຖາ​ບັນ​ການ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ດຳ​ເນີນ​ທຸ​ລະ​ກິດ​ເງິນ​ຢວນ​ໄດ້​ນັ້ນ​ມີ​ເຖິງ​111​ແຫ່ງ​,ຍອດ​ປະ​ລິ​ມານ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ຢູ່​ຈີນ​ຫຼາຍ​ກວ່າ​100​ຕື້​ໂດ​ລາ.