ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-15 21:50:08    
ໃນ​9​ເດືອນ​ທຳ​ອິດ​ປີ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ​ຫຼາຍ​ກວ່າ​830​ຕື້​ໂດ​ລາ

cri
ຕາມ​ຂ່າວCRI,ວັນ​ທີ15​ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ສົງ​ສວນ​ໂຄສົກ​ຖະ​ແຫຼ​ງຂ່າວ​ ຜູ່​ຊ່ອຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ແນະນຳ​ວ່າ,​ໃນ9​ເດືອນ​ທຳ​ອິດ​ປີ​ນີ້,ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ອາຊີ-ປາຊີ​ຟິກ​ຫຼື​ເອ​ເປັກ​ໄດ້​ບັນ​ລຸ​835​ຕື້​500​ລ້ານ​ໂດ​ລາ,​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແລ້ວ​ໄດ້​ເພີ່ມ​ຂຶ້ນ​21%.

ທ່ານ​ສົງ​ສວນ​ກ່າວ​ວ່າ,​ໃນຫຼາຍ​ປີ​ມາ​ນີ້,ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ.​ປີ​ປາຍ​ນີ້,​ຍອດ​ມູນ​ຄາ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ​ໄດ້​ບັນ​ລຸ​960​ຕື້​800​ລ້ານ​ໂດ​ລາ,​ກວມ​60%​ຂຶ້ນ​ໄປ​ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.​ໃນ​10​ຄູ່​ການ​ຄ້າ​ໃຫຍ່​ຂອງ​ຈີນ,​ມີ​8​ຄູ່​ ແມ່ນ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ.

  ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ກ່າວ​ວ່າ,​ຈີນ​ຖື​ທ່າ​ທີ​ຕັ້ງ​ໜ້າ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ,​ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ​ໃນ​ພາກ​ພື້ນ​ຫັນ​ເປັນ​ແບບ​ເສ​ລີ​ແລະ​ສະ​ດວກ​ຂຶ້ນ,​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ.