ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-14 18:08:14    
ການ​ກໍ່ສ້າງ​ລະບົບ​ສະ​ສົມ​ຂໍ້​ມູນ​ຂ່າວ​ສານ​ວິ​ສາ​ຫະ​ກິດ​ແລະ​ບຸກ​ຄົນ​ສ່ວນ​ຕົວ​ຂອງ​ຈີນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 13 ພະຈິກນີ້, ທ່ານ​ຊູ​ໜິງ ຮອງ​ຜູ່​ວ່າການ​ທະນາຄານ​ປະ​ຊາ​ຊົນ​ຈີນ ​ເຊິ່ງ​ແມ່ນ​ທະນາຄານ​ກາງ​ຈີນ​ກ່າວ​ວ່າ, ປັດຈຸບັນ ການ​ກໍ່ສ້າງ​ລະບົບ​ສະ​ສົມ​ຂໍ້​ມູນ​ຂ່າວ​ສານ​ວິ​ສາ​ຫະ​ກິດ​ແລະ​ບຸກຄົນ​ສ່ວນ​ຕົວ​ຂອງ​ຈີນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ, ຂີດ​ໝາຍ​ອັນ​ເດັ່ນ​ຊັດ​ຂອງ​ມັນ​ກໍແມ່ນ​ສາງຕົວ​ເລກ​ພື້ນ​ຖານ​ຂໍ້​ມູນ​ສິນ​ເຊື່ອ​ຂອງ​ວິ​ສາ​ຫະ​ກິດ​ແລະ​ບຸກ​ຄົນ​ສ່ວນ​ຕົວທີ່ເປັນ​​ເອກະ​ພາບກັນ​​ໃນ​ທົ່ວ​ປະ​ເທດ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ສະ​ດວກ.

​ໃນ​ເວລາ​ກ່າວ​ປາຖະກະຖາ​ໃນ​ເວທີ​ປາ​ໄສ​ການ​ທະນາຄານ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ຈີ​ໜານ​ແຂວງ​ຊານ​ຕົ່ງ​ຂອງ​ຈີນ, ທ່ານ​ຊູ​ໜິງກ່າວ​ວ່າ, ​ໃນ​ຂະ​ບວນການຫັນ​ເປັນ​ເສດ​ຖະ​ກິດ​ຕະ​ຫຼາດ​ສັງ​ຄົມ​ນິຍົມ​ຈາກ​​ເສດຖະກິດ​ແຜນການ​ດັ້ງ​ເດີມ, ຈີນ​ໄດ້​ມີປະກົດ​ການ​ບໍ່​ດີ​ຕ່າງໆ ​ເຊັ່ນ ວິ​ສາ​ຫະ​ກິດ​ຕິດ​ໜີ້​ເງິນ​ກູ້​​ເປັນ​ຈຳນວນຫຼວງຫຼາຍ​ເປັນຕົ້ນ. ​ເມື່ອ​ໄດ້​ກໍ່​ສ້າງ​ມາ​ເປັນ​ເວລາ​ຫຼາຍ​ປີ, ສາງ​ຕົວ​ເລກ​ພື້ນ​ຖານ​ຂໍ້ມູນ​ສິນ​ເຊື່ອ​ຂອງ​ວິ​ສາ​ຫະກິດ​ແລະ​ບຸກ​ຄົນ​ສ່ວນ​ຕົວ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ທົ່ວ​ປະ​ເທດ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ສະດວກ​ແລ້ວ. ສາງ​ຕົວ​ເລກ​ດັ່ງ​ກ່າວ​ໄດ້​ສ້າງ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳ​ຄັນ​​ໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ສິນ​ເຊື່ອ​ຂອງສະ​ຖາ​ບັນ​ການ​ທະນາ​ຄານ.