ຕາມຂ່າວ CRI: ວັນທີ 14 ພະຈິກນີ້ ທະນາຄານໂລກໄດ້ປະກາດ "ບົດລາຍງານເສດຖະກິດຈີນປະຈຳໄຕມາດ" ໂດຍຂຽນວ່າ, ເຖິງວ່າປັດຈຸບັນ ເສດຖະກິດຈີນພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດມະຫາພາກຍັງມີອະນາຄົດອັນສົດໃສຢູ່ຄືເກົ່າ. ທະນາຄານໂລກຄາດຄະເນວ່າ, ເສດຖະກິດຈີນໃນປີນີ້ຈະເຕີບໂຕ 10,4%, ປີ 2007 ຈະຊ້າລົງຮອດ 9,6%.
ບົດລາຍງານຂອງທະນາຄານໂລກກ່າວວ່າ, ແຕ່ປີນີ້ມາ, ນະໂຍບາຍດັດສົມຄວບຄຸມເສດຖະກິດທາງມະຫາພາກຂອງລັດຖະບານຈີນໄດ້ບັງເກີດຜົນ, ຈັງຫວະການລົງທຶນໄດ້ຊ້າລົງເລັກໜ້ອຍ, ອົງປະກອບສິນຄ້າສົ່ງອອກໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ຂະນະດຽວກັນ ຈີນໄດ້ຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບອ່າວຕ່ຳ.
ຜູ່ຊ່ຽວຊານທະນາຄານໂລກສະເໜີໃຫ້ລັດຖະບານຈີນໃນຂະນະທີ່ໃຊ້ພາຫະນະຕ່າງໆ ເຊັ່ນ ຊັບພະຍາກອນ ທີ່ດິນແລະສິນເຊື່ອເພື່ອດັດສົມຄວບຄຸມຈັງຫວະການລົງທຶນຕື່ມອີກນັ້ນ, ເລັ່ງລັດພັດທະນາຂະແໜງການບໍລິການ, ເປີດກວ້າງການບໍລິໂພກພາຍໃນປະເທດ, ເພື່ອຊຸກຍູ້ໃຫ້ເສດຖະກິດພັດທະນາຢ່າງສະໝ່ຳສະເໝີກັນ.
|