|
 |
(GMT+08:00)
2006-11-13 21:27:18
|
 |
ຈີນສະໜັບສະໜູນວິສາຫະກິດຜະລິດເກີບຂອງຈີນອຸທອນຢູ່ສານສະຫະພາບເອີລົບ
cri
ຕາມຂ່າວສານຊິນຮວາ,ຍ້ອນວ່າສະຫະພາບເອີລົບປະຕິບັດການຕ້ານການຂາຍເລຕໍ່ເກີບໜັງຂອງຈີນ,ວິສາຫະກິດຜະລິດເກີບຂອງຈີນບໍ່ພໍໃຈຢ່າງຮຸນແຮງ,ສະນັ້ນວິສາຫະກິດສ່ວນໜຶ່ງກ່າວວ່າຈະອຸທອນຄະດີດັ່ງກ່າວຢູ່ສານສະຫະພາບເອີລົບ.ຫວ່າງມໍ່ໆນີ້,ຜູ່ຮັບຜິດຊອບກົມການຄ້າທ່ຽງທຳຂອງກະຊວງການຄ້າຈີນກ່າວວ່າ,ລັດຖະບານຈີນສະແດງຄວາມເຄົາລົບແລະສະໜັບສະໜູນຕໍ່ເລື່ອງນີ້.
ຜູ່ຮັບຜິດຊອບຜູ່ນີ້ບອກວ່າ,ໃນເວລາສະຫະພາບເອີລົບສຳຫຼວດແລະຕັດສິນຄະດີດັ່ງກ່າວ,ມີຫຼາຍບ່ອນໄດ້ລະເມີດກົດໝາຍວ່າດ້ວຍການຕ້ານການຂາຍເລຂອງສະຫະພາບເອີລົບ,ອັນໄດ້ທຳລາຍສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງວິສາຫະກິດ.ອີງຕາມການກຳນົດຂອງກົດໝາຍວ່າດ້ວຍການຕ້ານການຂາຍເລຂອງສະຫະພາບເອີລົບ,ວິສາຫະກິດຈີນທີ່ກ່ຽວຂ້ອງສາມາດອຸທອນຕໍ່ສານສະຫະພາບເອີລົບພາຍໃນເວລາສອງເດືອນຫຼັງການຕັນສິນຂັ້ນສຸດທ້າຍ.ນີ້ແມ່ນຊ່ອງທາງອັນບັງເກີດຜົນສຳລັບວິສາຫະກິດປົກປ້ອງສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງຕົນ.
|
|
|