ຕາມຂ່າວໜັງສືພິມຊາວໜຸ່ມປັກກິ່ງ: ບົດລາຍງານສຳຫຼວດນັກທຸລະກິດທີ່ຈີນປະກາດໃນຫວ່າງມໍ່ໆນີ້ສະແດງໃຫ້ເຫັນວ່າ, ນັກທຸລະກິດຂອງຈີນມີຄວາມເຫັນໂດຍທົ່ວໄປວ່າ ປັດຈຸບັນ ເສດຖະກິດມະຫາພາກໄດ້ໝູນເດີນເປັນຢ່າງດີ, ນະໂຍບາຍດັດສົມຄວບຄຸມມະຫາພາກຂອງລັດອ່າວເໝາະສົມ, ແລະຫວັງໃຫ້ລັດຖະບານສືບຕໍ່ໃຊ້ນະໂຍບາຍເງິນຕາທີ່ໝັ້ນທ່ຽງ.
ບົດລາຍງານດັ່ງກ່າວຂຽນວ່າ, ຜູ່ຖືກສຳຫຼວດເກືອບ 71% ເຫັນວ່າ ປັດຈຸບັນ ສະພາບເສດຖະກິດມະຫາພາກຂອງຈີນດີຫຼາຍຫຼືອ່າວດີ, ໂດຍສະເພາະແມ່ນບໍລິສັດຂອງລັດແລະບໍລິສັດທີ່ລັດຄຸມຫຸ້ນເຫັນໄປໃນແງ່ດີຕໍ່ສະພາບເສດຖະກິດມະຫາພາກ; ຜູ່ຖືກສຳຫຼວດກໍ່ມີການວິນິໄສໃນແງ່ດີສົມຄວນຕໍ່ການເຕີບໂຕຂອງເສດຖະກິດແລະທ່າອ່ຽງຂອງລາຄາສິນຄ້າ.
|