ເຂດພັດທະນາເຕັກນິກສູງໃໝ່ລະດັບຊາດຂອງຈີນໄດ້ກາຍເປັນກຳລັງສຳຄັນທີ່ຊັກນຳການເຕີບໂຕຂອງເສດຖະກິດແຫ່ງຊາດ
cri
ຕາມຂ່າວCRI,ໃນຫຼາຍປີມໍ່ໆມານີ້,ຄິດສະເລ່ຍແລ້ວ,ຄາດໝາຍເສດຖະກິດຕົ້ນຕໍຕ່າງໆຂອງເຂດພັດທະນາອຸດສາຫະກຳເຕັກນິກສູງໃໝ່ລະດັບຊາດຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ50%ຕໍ່ປີ,ອັນໄດ້ກາຍເປັນກຳລັງສຳຄັນທີ່ຊັກນຳເສດຖະກິດແຫ່ງຊາດຈີນເຕີບໂຕຢ່າງຕໍ່ເນື່ອງ.
ກະຊວງວິທະຍາສາດເຕັກໂນໂລຢີຂອງຈີນໄດ້ປະກາດຂ່າວດັ່ງກ່າວໃນວັນທີ12ພະຈິກ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງກະຊວງວິທະຍາສາດເຕັກໂນໂລຢີແຈ້ງໃຫ້ຊາບວ່າ,ເລີ່ມແຕ່ປີ1991ເປັນຕົ້ນມາ,ຈີນໄດ້ສ້າງຕັ້ງເຂດພັດທະນາອຸດສາຫະກຳເຕັກນິກສູງໃໝ່ລະດັບຊາດ53ແຫ່ງ,ແລະໄດ້ປະກາດນະໂຍບາຍໃຫ້ສິດທິພິເສດເພື່ອຄ້ຳຊູເຂດພັດທະນາເຫຼົ່ານີ້.ປັດຈຸບັນ,53ເຂດພັດທະນາເຕັກນິກສູງໃໝ່ລະດັບຊາດຂອງຈີນມີວິສາຫະກິດຫຼາຍກວ່າ4ໝື່ນແຫ່ງ,ກວມເຄິ່ງໜຶ່ງຂອງອຸດສາຫະກຳເຕັກນິກສູງໃໝ່ຂອງຈີນ,ໃນນັ້ນ,ລວມຍອດລາຍໄດ້ຂອງວິສາຫະກິດເກືອບ10%ໄດ້ຫຼາຍກວ່າ100ລ້ານຢວນ.
|
|