ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 17:34:48    
ສະພາບຂາດໄຟຟ້າຂອງຈີນຈະ​ຜ່ອນ​ຄາຍ​ລົງ​ຢ່າງ​ເດັ່ນ​ຊັດ

cri Author: lm

ຕາມ​ຂ່າວສານ​ຈີນ: ​ວັນ​ທີ 30 ຕຸລາ, ​ສະຫະພັນ​ວິ​ສາ​ຫະກິດ​ພະລັງ​ໄຟຟ້າ​ຈີນໄດ້​ປະ​ກາດ​ຕົວ​ເລກ ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 3 ​ໄຕ​ມາດທຳອິດປີນີ້, ສະພາບ​ການ​ສະ​ໜອງ​ກະ​ແສ​ໄຟ​ຟ້າ​ທີ່​ຝືດເຄື່ອງ​ຂອງ​ຈີນ​ໄດ້​ຜ່ອນຄາຍ​ລົງ​ຢ່າງ​ເດັ່ນຊັດ, ​ແຂວງທີ່​ຂາດ​ພະ​ລັງ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້ຫຼຸດຈາກ 25 ​ແຂວງ​ເມື່ອ​ຕົ້ນປີ 2005 ​ເຫຼືອ​ພຽງ 4 ​ແຂວງ​ໃນ​ເດືອນ​ກັນ​ຍາ​ປີ​ນີ້.

ຕາມ​ສະຖິຕິ​​ເບື້ອງ​ຕົ້ນ, ​ໃນ 3 ​ໄຕ​ມາ​ດທຳອິດ​ປີ​ນີ້, ເຄື່ອງຈັກ​ຜະລິດ​ກະ​ແສ​ໄຟ​ຟ້າ​ທີ່​ຈີນ​ຕິດ​ຕັ້ງ​ໃໝ່​ຄວາມແຮງ​ເຖິງ 60 ລ້ານ​ກິ​ໂລ​ວັດ, ​ແມ່ນ​ໄລຍະ​ໜຶ່ງ​ທີ່​​ກຳ​ລັງ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນຫຼາຍກວ່າ​ໝູ່​ໃນ​ປະຫວັດສາດ. ຄາດ​ວ່າ​ຈັກຜະລິດ​ໄຟ​ຟ້າ​ທີ່​ຕິດ​ຕັ້ງ​ໃໝ່​ໃນ​ໝົດ​ປີ​ນີ້​ຈະ​ມີ​ຄວາມແຮງຫຼາຍກວ່າ 80 ລ້ານ​ກິ​ໂລ​ວັດ. ປີໜ້າ, ສະພາບ​ການ​ສະ​ໜອງ​ກະ​ແສ​ໄຟ​ຟ້າ​ທີ່​ຝືດ​ເຄື່ອງ​ຂອງ​ຈີນ​ຈະ​ສືບ​ຕໍ່​ຜ່ອນຄາຍ​ລົງ, ການ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ພະ​ລັງ​ໄຟ​ຟ້າ​ຈະ​ດຸນ​ດ່ຽງ​ກັນ​ໂດຍ​ລວມໃນຂັ້ນພື້ນຖານ.