ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-29 18:20:24    
ຈັກຜະລິດໄຟຟ້າເຂື່ອນຊານເຊຍ​ຂອງ​ຈີນ​ສຳ​ເລັດການ​ທົດ​ລອງ​ເຕັມ​ຄວາມ​ສາ​ມາດ 72 ຊົ່ວ​ໂມງ​ຢ່າງ​ສະ​ດວກ

cri Author: lm

ຕາມ​ຂ່າວ CRI: ​ເວລາ 9 ​ໂມງ​ຂອງ​ວັນ​ທີ 29 ຕຸລາ​ເວລາ​ປັກ​ກິ່ງ, ຈັກ​ຜະລິດ​ກະ​ແສ​ໄຟ​ຟ້າ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊານ​ເຊຍ​ແມ່​ນ້ຳ​ຢາງ​ເຊ ​ເຊິ່ງ​ແມ່ນ​ຈັກ​ຜະ​ລິດ​​ໄຟ​ຟ້າ​ນ້ຳ​ຕົກ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ສິ້ນ​ສຸດ​ການທົດ​ລອງ​ຜະລິດ​​ໄຟຟ້າ​ເຕັມ​ຄວາມ​ສາ​ມາດ​ເປັນ​ເວ​ລາ 3 ມື້​ລຽນ​ຕິດ, ຈັກ​ຜະລິດ​ໄຟຟ້າ​ໄດ້​ໝູນ​ເດີນ​ຢ່າງ​ໝັ້ນ​ທ່ຽງ.

​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊານ​ເຊຍ​ໄດ້​ມີ​ຈັກ​ຜະລິດ​ໄຟຟ້າ 14 ​ເຄື່ອງ 7 ​ແສນ​ກິ​ໂລ​ວັດ​ເລີ່ມ​ຜະ​ລິດ​ໄຟຟ້າ​ແລ້ວ. ທ່ານ​ລີ​ຢົງ​ອານ ຜູ່​ອຳນວຍ​ການ​ໃຫຍ່​ບໍລິສັດ​ຊານ​ເຊຍ​ຈີນ​ອະ​ທິ​ບາຍ​ວ່າ, ຈັກ​ຜະ​ລິດ​ໄຟຟ້າ​ມີ​ແຕ່​​ທົດ​ລອງ​ເຕັມ​ຄວາມ​ສາມາດ 72 ຊົ່ວ​ໂມງ​ຢ່າງ​ລຽນ​ຕິດ​ຈຶ່ງ​ສາ​ມາດ​ກວດ​ກາ​ສັບ​ພະ​ຄຸນ​ໄດ້. ​ແຕ່​ເວລາ 9 ​ໂມງ​ຂອງ​ວັນ​ທີ 26 ​ເປັນ​ຕົ້ນ​ມາ, ຈັກ​ຜະ​ລິດ​ໄຟ​ຟ້າ​ເຂື່ອນ​​ຊານ​ເຊຍ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ເຕັມ​ຄວາມ​ສາມາດ​ເປັນ​ເວລາ 72 ຊົ່ວ​ໂມງ​, ຄວາມ​ແຮງ​ຜະ​ລິດ​ໄຟ​ຟ້າຂອງຈັກ​ຜະລິດ​ໄຟຟ້າ​ທຸກ​ເຄື່ອງ​ລ້ວນ​ແຕ່​ບັນ​ລຸ​ຄວາມ​ແຮງ​ທີ່​ກຳ​ນົດ​ໄວ້.

ນັບ​ມາ​ຮອດ​ເວລາ 9 ​ໂມງ​ຂອງ​ວັນ​ທີ 29 ຕຸລາ, ​ນັບ​ລວມ​ແລ້ວ ເຂື່ອນ​ໄຟຟ້າ​ນ້ຳ​ຕົກ​ຊານ​ເຊຍ​ຈີນ​ໄດ້ຜະລິດ​ກະ​ແສ​ໄຟຟ້າ​ເຖິງ 138 ຕື້ 300 ລ້ານ​ກິ​ໂລ​ວັດ​ໂມງ​ແລ້ວ.