|
|
 |
| (GMT+08:00)
2006-10-28 19:54:01
|
|
ຜູ້ເຖົ້າອາຍຸສູງກວ່າ60ປີຂອງຈີນມີເຖິງ143ລ້ານຄົນ
cri
ຕາມຂ່າວສານຊິນຮວາ:ຕົວເລກສະຖິຕິທີ່ສະໜອງໂດຍຄະນະກຳມະການວຽກງານຜູ້ເຖົ້າແຫ່ງລັດຈີນນັ້ນສະແດງໃຫ້ເຫັນວ່າ:ປະຈຸບັນນີ້,ຜູ້ເຖົ້າທີ່ມີອາຍຸສູງກວ່າ60ປີຂອງຈີນໄດ້ມີເຖິງ143ລ້ານຄົນ,ກວມ11%ຂອງຍອດປະຊາກອນ.
ວັນທີ27ຕຸລາ,ໃນພິທີໄຂງານວາງສະແດງຜົນສຳເລັດແຫ່ງການພັດທະນາພາລະກິດຜູ້ເຖົ້າຂອງຈີນ,ທ່ານຫຼີຊຸຍຈູ ລັດຖະມົນຕີວ່າການກະຊວງການປົກຄອງແລະປະຊາສົງເຄາະຂອງຈີນກ່າວວ່າ,ໃນຫຼາຍສິບປີຂ້າງໜ້າ,ລັດຖະບານຈີນຈະພະຍາຍາມປັບປຸງລະບອບປະກັນສັງຄົມຄືການລ້ຽງຜູ້ເຖົ້າແລະການປິ່ນປົວພະຍາດເປັນຕົ້ນ,ຍົກຄຸນນະພາບຊີວິດການເປັນຢູ່ຂອງຜູ້ເຖົ້າໃຫ້ສູງຂຶ້ນ.
ນັບມາຮອດທ້າຍປີ2005,ຈີນລວມມີໂຮງລ້ຽງຜູ້ເຖົ້າເກືອບ4ໝື່ນແຫ່ງ,ໂຮງຮຽນຫຼືມະຫາວິທະຍາໄລຜູ້ເຖົ້າໄດ້ມີເຖິງ2ໝື່ນ6ພັນກວ່າຫຼັງ.
|
|
|