ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-21 20:01:04    
ເວ​ທີ​ປາ​ໄສ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ປີ​2006​ຈັດ​ຂຶ້ນ​ຢູ່​ເມືອງ​ຊູ່​ໂຈ່ວ

cri
ຕາມ​ຂ່າວCRI, ວັນ​ທີ21​ຕຸລາ,​ເວທີ​ປາ​ໄສ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ປີ​2006​ໄດ້​ຈັດ​ຂຶ້ນ​ຢູ່​ ຊູ່​ໂຈ່​ວ ເມືອງ​​ພາກ​ຕາ​ເວັນອອກ​ຂອງ​ຈີນ.ນັກ​ເສດ​ຖະ​ສາດ,​ນັກ​ທຸ​ລະ​ກິດ​ຂອງ​ຈີນ,ອາ​ເມ​ລິ​ກາ,​ອັງ​ກິດ​ພ້ອມ​ດ້ວຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ແລະ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຂອງ​ຈີນ​ລວມ​200​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້.

ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ​"ການ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ກັບ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ".​ໃນ​ເວທີ​ປາ​ໄສ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ2​ມື້,ຜູ່​ແທນ​ທີ່​ຮ່ວມ​ປະ​ຊຸມ​ຈະ​ຈັດ​ການ​ລາຍ​ງານ​ແລະ​​ແລກປ່ຽນ​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນວິ​ໄສ​ທັດ​ທົ່ວ​ໂລກ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ການ​ຈ້ອງ​ມອງ​ເສດ​ຖະກິດ​ຈີນ​ເປັນ​ຕົ້ນ,ຫາລື​ເຮັດ​ແນວ​ໃດ,​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ດ້ານ​ສະພາບ​ແວດ​ລ້ອມ​ທາງ​ນະ​ໂຍ​ບາຍ​ແລະ​ລະ​ບອບ​ກົດ​ໝາຍ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຊາດ,​ແລ້ວ​ຊຸກຍູ້​ເສດ​ຖະກິດ​ຈີນ​ໃຫ້​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ອ່າວ​ໄວ​ຢ່າງ​ຍາວ​ນານ​ແລະ​ຕໍ່​ເນື່ອງ.

ເວທີ​ປາ​ໄສ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ແມ່ນ​ກອງ​ປະຊຸມ​ສາກົນ​ປະ​ຈຳ​ປີ​ທີ່​ລັດ​ຖະ​ບານ​ຈີນ​ອະນຸມັດ​ໃຫ້​ຈັດ​ຂຶ້ນ,​ມີ​ຈຸດ​ປະ​ສົງ​ເພື່ອ​ຄົ້ນ​ຄວ້າ​ຫາລື​ຜົນ​ກະ​ທົບ​ຂອງ​ເສດ​ຖະ​ກິດ​ໂລກ​ທີ່​ມີ​ຕໍ່​ເສດ​ຖະ​ກິດ​ຈີນ,ຄາດ​ຄະ​ເນ​ທ່ວງ​ທ່າ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ.​ເວ​ທີ​ປາ​ໄສ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຊູ່​ໂຈ່ວ​ໃນ​ປີ​2002.