|
 |
(GMT+08:00)
2006-10-12 21:23:31
|
 |
ຈີນຈະປັບປຸງຍຸດທະສາດດ້ານການນຳໃຊ້ທຶນຕ່າງປະເທດ
cri
ຕາມໜັງສືພິມເຢິນມິນຢື້ປ້າວສະບັບວັນທີ12ຕຸລາ,ໃນ5ປີຕໍ່ໜ້າ,ຈີນຈະດຳເນີນການປັບປຸງຢ່າງໃຫຍ່ຕໍ່ຍຸດທະສາດດ້ານການນຳໃຊ້ທຶນຕ່າງປະເທດຈາກດ້ານທັດສະນະຄະຕິ,ທິດທາງແລະອົງປະກອບເປັນຕົ້ນ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ,ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວວ່າ,ໃນ5ປີຕໍ່ໜ້າ,ຈີນຈະຫັນຈາກການນຳເຂົ້າທຶນໂດຍທາງບໍລິຫານປ່ຽນໄປສູ່ການນຳເຂົ້າທຶນໂດຍອີງຕາມກົດເກນເສດຖະກິດຕະຫຼາດ,ຈາກການເນັ້ນໜັກການຊັກນຳໃຫ້ລວມຍອດປະລິມານເສດຖະກິດເພີ່ມຂຶ້ນດ້ວຍທຶນຕ່າງປະເທດ ປ່ຽນໄປສູ່ການເຈາະຈົງນຳເຂົ້າເຕັກນິກ,ການຄຸ້ມຄອງບໍລິຫານແລະຜູ່ມີຄວາມຮູ້ຄວາມສາມາດເພື່ອຊຸກຍູ້ໃຫ້ອຸດສາຫະກຳທີ່ມີສິດເປັນເຈົ້າຕົນເອງຍົກລະດັບຂຶ້ນ.ທ່ານກ່າວວ່າ,ຈີນຈະສົ່ງເສີມໃຫ້ທຶນຕ່າງປະເທດທຸ້ມເທເຂົ້າໃນກະສິກຳ ອຸດສາຫະກຳເຕັກນິກສູງ,ພື້ນຖານໂຄງລ່າງ,ການອະນຸລັກສິ່ງແວດລ້ອມແລະການບໍລິການເປັນຕົ້ນ,ຊັກນຳທຶນຕ່າງປະເທດໄຫຼເຂົ້າສູ່ເຂດພາກຕາເວັນຕົກຂອງຈີນ,ສົ່ງເສີມໃຫ້ນັກທຸລະກິດຕ່າງປະເທດກັບວິສາຫະກິດເອກະຊົນດຳເນີນການຮ່ວມທຶນແລະຮ່ວມມືກັນ.
ຕໍ່ໄປພາຍໜ້າ,ຈີນຍັງຈະຈໍ່ຕົວເປັນ ສະພາບແວດລ້ອມເສດຖະກິດຕະຫຼາດທີ່ປະຕິບັດນະໂຍບາຍອັນດຽວກັນຕໍ່ວິສາຫະກິດຈີນແລະວິສາຫະກິດທຶນຕ່າງປະເທດ,ແລະແກ່ງແຍ່ງກັນຢ່າງທ່ຽງທຳ.ພ້ອມທັງສ້າງລະບົບຕິດຕາມກວດກາການລົງທຶນຂອງນັກທຸລະກິດຕ່າງປະເທດໂດຍຖືຄວາມປອດໄພຂອງອຸດສາຫະກຳແຫ່ງຊາດເປັນພື້ນຖານ,ເຮັດໃຫ້ການຊື້ວິສາຫະກິດຈີນຂອງທຶນຕ່າງປະເທດເປັນແບບສະບັບ
|
|
|