ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-08 18:06:59    
ໃນ​ໄລຍະ​ພັກ​​ວັນຊາດ​ຈີນ​ ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ເຄື່ອງ​ບໍ​ລິ​ໂພ​ກ​ໃນ​ຈີນ​ມີ​ປະ​ມານ 300 ຕື້​ຢວນ

cri Author: lm

ຕາມ​ຂ່າວໜັງສືພິມ​ເຢັນ​ໝິນຢື້​ປ້າວ​ຂອງ​ຈີນ: ​​ໃນ​ໄລຍະ​ພັກ​ວັນຊາດ​ຈີນ​ຄື ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 7 ຕຸລາ, ຍອດ​ມູນ​ຄ່າ​ຂາຍຍ່ອຍ​ເຄື່ອງບໍລິ​ໂພ​ກ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ປະມານ 300 ຕື້​ຢວນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 14,5%.

ຕາມ​ການ​ຕິດຕາມ​ຂອງ​ກະຊວງ​ການ​ຄ້າ​ຈີນ, ​ໃນ​ໄລຍະ​ພັກ​ວັນ​ຊາດ, ການສະໜອງ​ສິນ​ຄ້າ​ໃນ​ຕະ​ຫຼາດ​ເຄື່ອງ​ບໍລິ​ໂພ​ກ​ໃນ​ທົ່ວ​ປະ​ເທດ​ພຽງພໍ, ຄວາມ​ຕ້ອງການ​ກໍ​ຮຸ່ງ​ເຮືອງ, ລາ​ຄາ​ເຄື່ອງ​ບໍ​ລິ​ໂພກ​ປະຈຳ​ວັນ​ບໍ່​​ໄດ້​​ແໜງ​ຕິງ​ຢ່າງຜິດ​ປົກກະຕິ.

​ໃນ​ໄລຍະ​ພັກ​ວັນຊາດ, ​ເຄື່ອງ​ບໍລິ​ໂພ​ກຕ່າງໆ ​ເຊັ່ນ ​ໂທລະສັບມື​ຖື ​​ເຄື່ອງໂທ​ລະ​ພາບ​ຊະ​ນິດ​ບາງ ​ຜະລິດ​ຕະພັນ​ດີ​ຈີ​ຕອນ​ໄດ້ຂາຍ​ອອກຢ່າງຫຼວງ​ຫຼາຍ, ນອກ​ນີ້, ຄົນ​ທັງ​ຫຼາຍ​ກໍ​ນິ​ຍົມ​ກັນ​ໄປ​ພັກ​ຜ່ອນ​ຢ່ອນ​ອາລົມ​​ໂດຍເຂົ້າຮ່ວມ​ກິດຈະກຳວັດທະນະ​ທຳ​.