ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-02 17:34:36    
ຈີນ​ຈະ​ສ້າງ "ສາງ​ກົດ​ໝາຍ​ທົ່ວ​ໂລກ" ພາຍ​ໃນ 5 ປີ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ​ເພື່ອ​ເປັນ​ທີ່​ປຶກສາ​ໃຫ້​ແກ່ວິ​ສາ​ຫະກິດ​ແລະ​ສ່ວນ​ບຸກ​ຄົນ​ຕ່າງປະ​ເທດ​ທີ່​ມາ​ລົງທຶນ​ຫຼື​ດຳ​ເນີນ​ທຸລະກຸ​ດຢູ່​ຈີນ​ແລະ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຈີນ​ຊອກ​ຮູ້​ກົດໝາຍ​ແລະ​ກົດ​ບັນຍັດ​ທີ່​ກ່ຽວ​ຂ້ອງໃນ​ເວລາ​ເຮັດ​ທຸລະ​ກິດ​ຢູ່​ຕ່າງ​ປະ​ເທດ, ກະຊວງ​ການ​ຄ້າ​ຈີນ​ມີ​​ແຜນ​ຈະ​ສ້າງ "ສາງ​ກົດ​ໝາຍທົ່ວ​ໂລກ" ທີ່​ເຕົ້າ​ໂຮມ​ກົດໝາຍ​ການ​ຄ້າ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ສະ​ບັບ​ພາສາ​ຈີນ, ພາສາ​ອັງກິດ​ແລະ​ພາສາ​ອື່ນໆ​ພາຍ​ໃນ 5 ປີ.

ຫວ່າງ​ມໍ່ໆ​ນີ້, ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ກົມ​ກົດ​ໝາຍ​ຂອງ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ, ພາຍ​ໃຕ້​ທ່ວງທ່າ​​ທີ່​ເຕີຍ​ໃຫຍ່​ຂອງ​ເສດ​ຖະກິດ​ຈີນ​ກັບ​ເສດຖະກິດ​ໂລກ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ການ​ຮູ້ຈັກ​ແລະ​ນຳ​ໃຊ້​ກະຕິ​ກາ​ເສດ​ຖະກິດ​ການ​ຄ້າ​ສາກົນ​ແລະ​ລະບອບ​ກົດ​ໝາຍ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້​ນຕ່າງໆ​ໄດ້​ກາຍ​ເປັນຄວາມ​ຕ້ອງ​ການ​ອັນ​ຮີ​ບດ່ວນ​ຂອງ​ຝ່າຍ​ຕ່າງໆ​.