ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-30 20:15:08    
ງານຊື້​ຂາຍ​ສິນ​ຄ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 100 ຈັດ​ຂຶ້ນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ກັນຍາ, ​ຢູ່​ຮົງ​ກົງ, ທ່ານ​ກ່າວ​ຫູ​ເຊິ​ງ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ປະກາດວ່າ, ງານຊື້​ຂາຍ​ສິນຄ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 100 ຈະຈັດ​ຂຶ້ນ​ຢູ່​ເມືອງ​ກວາ​ງ​ໂຈ່​ວ​ແຕ່​ວັນ​ທີ 15 ຮອດ​ວັນ​ທີ 30 ຕຸລາ, ຂະໜາດ​ຂອງ​ງານ​ຊື້​ຂາຍ​ຄັ້ງ​ນີ້ໃຫຍ່​ກວ່າທຸກ​ຄັ້ງ​ທີ່​ຜ່ານມາ.

​ໃນກອງ​ປະຊຸມຖະ​ແຫຼງ​ຂ່າວ​ຂອງ​ງານຊື້​ຂາຍ​ສິນຄ້າ​ຂາ​ອອກ​ຈີນຄັ້ງ​ທີ 100 , ທ່ານ​ກ່າວ​ຫູ​ເຊິ​ງ​ເວົ້າ​ວ່າ, ​ໃນງານຄັ້ງ​ນີ້​ຈະ​ມີ​ບ່ອນ​ວາງ​ສະ​ແດງມາດຖານ 31000 ກວ່າ​ແຫ່ງ, ລວມທັງ​ໝົດ​ຈະມີ​ 50 ຄະນະ​ຊື້​ຂາຍ​, 14000 ກວ່າ​ວິ​ສາ​ຫະກິດເຂົ້າ​ຮ່ວມ​ການ​ວາງສະ​ແດງ. ​ເພື່ອ​ສະ​ແດງ​ລະດັບ​ການ​ພັດທະນາ​ຂອງ​ອຸດສາ​ຫະກຳ​ຈີນ, ງານຊື້​ຂາຍຄັ້ງ​ນີ້​ຈະ​ມີ​​ເຂດ​ວາງສະ​ແດງ​ສັງ​ລວມ​ເປັນ​ຄັ້ງ​ທຳ​ອິດ, ​ເພື່ອ​ໂຮມ​ສູນວາງສະ​ແດງ​ສິນຄ້າ​ຂາ​ອອກ​ທີ່​ມີຍີ່​ຫໍ້ດັງ​ແລະ​ວິ​ສາ​ຫະກິດ​ຂາ​ອອກ​ດີ​ເດັ່ນ​ຈຳນວນ​ໜຶ່ງ.