ຕາມຂ່າວ CRI: ວັນທີ 25 ກັນຍາ ຢູ່ທີ່ປັກກິ່ງ, ທ່ານຫູຈິນທາວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ, ປຶກສາຫາລືວຽກງານຂອງກົມການເມືອງສູນກາງພັກແຕ່ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກສະໄໝທີ 16 ມານີ້, ຄົ້ນຄວ້າການສ້າງສາສັງຄົມກົມກຽວກັນແຫ່ງສັງຄົມນິຍົມແລະບັນຫາອື່ນໆ.
ກອງປະຊຸມເຫັນວ່າດ ການສ້າງສາສັງຄົມກົມກຽວກັນແຫ່ງສັງຄົມນິຍົມ, ຕ້ອງຍຶດໝັ້ນຖືຄົນເປັນກົກ, ຕອບສະໜອງຄວາມຕ້ອງການທາງວັດຖຸແລະທາງວັດທະນະທຳຂອງປະຊາຊົນທີ່ນັບມື້ນັບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຖານະເປັນພັກກຳອຳນາດ, ພັກກອມມູນິດຈີນຕ້ອງເອົາການພັດທະນາຢູ່ພາຍໃນປະເທດແລະເປີດປະຕູສູ່ພາຍນອກປະສານສົມທົບກັນ, ເຮັດໃຫ້ການພັດທະນາເສດຖະກິດສັງຄົມເຂົ້າໃນໂຄຈອນພັດທະນາຢ່າງວິທະຍາສາດ, ເປີດປະຕູສູ່ພາຍນອກໃຫ້ກວ້າງກວ່າເກົ່າ.
ກອງປະຊຸມຕົກລົງວ່າ, ຈະຈັດກອງປະຊຸມຄົບຄະນະສູນກາງພັກກອມມູນິດຈີນຄັ້ງທີ 6 ສະໄໝທີ 16 ຢູ່ທີ່ປັກກິ່ງແຕ່ວັນທີ 8 ຫາວັນທີ 11 ຕຸລາ.
|