ງານຕະຫຼາດນັດຜະລິດຕະພັນກະສິກຳເຂດສາມຫຼ່ຽມແມ່ນ້ຳຈູ່ຈ່ຽງຄັ້ງທີສອງຈະຈັດຂຶ້ນໃນເດືອນທັນວາປີນີ້
cri
ຕາມຂ່າວສານຈີນ, ງານຕະຫຼາດນັດຜະລິດຕະພັນກະສິກຳເຂດປາກສາມຫຼ່ຽມແມ່ນ້ຳຈູ່ຈ່ຽງຄັ້ງທີສອງຈະຈັດຂຶ້ນຢູ່ເມືອງຕົ່ງກວນແຂວງກວງຕົ້ງທີ່ພາກໃຕ້ຈີນໃນວັນທີ1ທັນວາປີນີ້.
ງານເທື່ອນີ້ຈະຈັດເປັນເວລາ4ມື້, ມີຮ້ານວາງສະແດງ1ພັນ500ກວ່າຮ້ານ, ນອກຈາກບັນດາແຂວງຢູ່ເຂດປາກສາມຫຼ່ຽມແມ່ນ້ຳຈູ່ຈ່ຽງຈັດຄະນະເຂົ້າຮ່ວມແລ້ວ, ຍັງຈັດຮ້ານວາງສະແດງສະເພາະ, ເພື່ອວາງສະແດງໝາກໄມ້ປະເພດຕ່າງໆຂອງເຂດໄຕ້ຫວັນຈີນ, ແລະປະເທດຈາກອາຊີຕາເວັນອອກສຽງໃຕ້ເປັນຕົ້ນ.
ເຂດປາກສາມຫຼ່ຽມແມ່ນ້ຳຈູ່ຈ່ຽງມີ9ແຂວງພາກໃຕ້ຂອງຈີນເຊັ່ນແຂວງກວງຕົ້ງແລະແຂວງຢຸນນານຍັງມີເຂດບໍລິຫານພິເສດຮົງກົງແລະມາກາວຂອງຈີນ.
|
|