ອົງການສະຫະປະຊາຊາດຈະເປີດກວ້າງການເກັບຊື້ຢູ່ຈີນໂດຍກົງ
cri
Author: cai
ຕາມໜັງສືພິມ"ເປຈີ່ງເຊີນປ້າວ":ວັນທີ 24 ກັນຍາ,ຢູ່ປັກກິ່ງ,ທ່ານເຈນ ມັດຊັນ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດເວົ້າວ່າ,ອົງການສະຫະປະຊາຊາດຈະເປີດກວ້າງການເກັບຊື້ຢູ່ຈີນໂດຍກົງ.
ແຕ່ລະປີ,ເງິນທີ່ອົງການສະຫະປະຊາຊາດໃຊ້ມາເກັບຊື້ນັ້ນມີແຕ່ 1% ແມ່ນຈ່າຍໃຫ້ຈີນ,ແຕ່ວັດຖຸທີ່ຊື້ນັ້ນສ່ວນຫຼາຍແມ່ນມາຈາກຈີນ,ໃບຈອງຊື້ງວດໃຫຍ່ໄດ້ໂຮມສູນຢູ່ເອີລົບ ອາເມລິກາເປັນຕົ້ນໂດຍຜ່ານການຄ້າສົ່ງຕໍ່.ທ່ານເຈນ ມັດຊັນເວົ້າວ່າ,ປະຈຸບັນ,ອົງການສະຫະປະຊາຊາດໄດ້ເອົາໃຈໃສ່ນຳບັນຫານີ້ແລ້ວ,ແລະກຽມປ່ຽນວິທີການເກັບຊື້ໂດຍທາງອ້ອມເປັນການເກັບຊື້ໂດຍກົງ.
ວັນທີ 24 ກັນຍາ,ທ່ານເຈນ ມັດຊັນໄດ້ນຳພາຄະນະເກັບຊື້ຂອງອົງການສະຫະປະຊາຊາດມາເຂົ້າຮ່ວມ"ງານພົບປະແລະສະເໜີການເກັບຊື້ຂອງສະຫະປະຊາຊາດ"ທີ່ຈັດຂຶ້ນຢູ່ປັກກິ່ງ,ແລະໄດ້ໂອ້ລົມກັນກັບວິສາຫະກິດຈີນ 109 ແຫ່ງໂດຍກົງ.
|
|