ຜູ້ໃຊ້ໂທລະສັບຂອງຈີນລື່ນກາຍ 800 ລ້ານເລກໝາຍ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 20 ກັນຍາ,ກະຊວງອຸດສາຫະກຳຂໍ້ມູນຂ່າວສານຂອງຈີນໄດ້ປະກາດສະຖິຕິຫຼ້າສຸດ,ສະແດງໃຫ້ເຫັນວ່າ,ນັບມາຮອດທ້າຍເດືອນສິງຫາປີນີ້,ໃນທົ່ວປະເທດຈີນ,ຜູ້ໃຊ້ໂທລະສັບໄດ້ລື່ນກາຍ 800 ລ້ານເລກໝາຍ,ໃນນັ້ນ,ມີເຄິ່ງໜຶ່ງຂຶ້ນໄປແມ່ນຜູ້ໃຊ້ໂທລະສັບມືຖື.
ໃນຫຼາຍເດືອນມານີ້,ເນື່ອງຈາກໄດ້ບຸກເບີກຕະຫຼາດຊົນນະບົດຈີນ,ບວກກັບຄົນສ່ວນໜຶ່ງມີເລກໝາຍໂທລະສັບມືຖືຫຼາຍເລກໝາຍ,ຜູ້ໃຊ້ໂທລະສັບມືຖືໄດ້ເຂົ້າສູ່ໄລຍະເພີ່ມຂຶ້ນຢ່າງວ່ອງໄວ.ສະຖິຕິສະແດງໃຫ້ເຫັນວ່າ,ແຕ່ຕົ້ນປີນີ້ມາ,ຜູ້ໃຊ້ໂທລະສັບມືຖືໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 5 ລ້ານ 5 ແສນເລກໝາຍຂຶ້ນໄປສະເລ່ຍຕໍ່ເດືອນ.
|
|