ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 10:00:33    
ທະ​ຫານ​ໄທ​ກໍ່​ລັດ​ຖະ​ປະ​ຫານ​ປະ​ກາດ​ວ່າ​ທ່ານ​ສົນ​ທິ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ​ຊົ່ວ​ຄາວ

cri Author: sayvanny


ວັນ​ທີ 19 ກັນ​ຍາ  ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ສະ​ຫະ​ປະ​ຊາ​ຊາດ​ສະ​ຫນັບ​ສະ​ຫນູນ​ໂດຍ​ຕະ​ຫລອດ​ໃຫ້​ປ່ຽນ​ລັດ​ຖະ​ບານ​ດ້ວຍ​ຮູບການ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ຕະ​ຫລອດ.ການ​ກໍ່​ລັດ​ຖະ​ປະ ຫານ​ບໍ່​ຄວນ​ໄດ້​ຮັບ​ການ​ສົ່ງ​ເສີມ.ທ່ານ​ຫວັງ​ໃຫ້​ປະ​ຊາ​ຊົນ​ໄທ​ຈົ່ງ​ໃຈເຢັນ, ​ແລະ​ເຊື່ອ​ວ່າ​ປະ​ຊາ​ຊົນ​ໄທ​ຈະ​ຟື້ນ​ຟູ​ຄວາມ​​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ປະ​ເທດ​ໂດຍ​ໄວ. ມື້​ດຽວ​ກັນ, ທ່ານ​ກາ​ເລ​ໂກສ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ສຳ​ພາດ​ກໍ່​ກ່າວ​ເນັ້ນວ່າ, ອາ​ເມ​ລິ​ກາ​ຫວັງ​ໃຫ້​ປະ​ຊາ​ຊົນ​ໄທ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ດ້ານ​ການ​ເມືອງ​ດ້ວຍ​ສັນ​ຕິ​ວິ​ທີ,​ແລະ​ອີງ​ຕາມ​ຫລັກ​ການ​ປະ​ຊາ​ທິ​ປະ​ໄຕ​ແລະ​ກົດ​ຫມາຍ​.ມື້​ດຽວ​ກັນ, ທ່ານ​ວັນ​ຮາ​ເນັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຟັງ​ລັງ ປະ​ເທດ​ປະ​ທານ​ຕາມ​ຮອບ​ຫມູນ​ວຽນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ກໍ່​ອອກ​ຖະ​ແຫລງ​ການ​ຫວັງ​ໃຫ້​ໄທ​ຈົ່ງ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້.


1  2  3  4  5