|
 |
(GMT+08:00)
2006-09-18 20:55:51
|
 |
ອົງການ IMF ກັບທະນາຄານໂລກຮຽກຮ້ອງໃຫ້ປະເທດພວມພັດທະນາໃຊ້ມາດຕະການຮັບມືກັບການທ້າທາຍ
cri
Author: cai
ຕາມຂ່າວCRI:ວັນທີ 18 ກັນຍາ,ຢູ່ສິງກະໂປ,ອົງການ IMF ກັບຄະນະກຳມະການການພັດທະນາຂອງທະນາຄານໂລກໄດ້ອອກປະກາດແຈ້ງການ,ຮຽກຮ້ອງໃຫ້ປະເທດພວມພັດທະນາໃຊ້ມາດຕະການຮັບມືກັບການທ້າທາຍທີ່ເນື່ອງມາຈາກການປ່ຽນແປງຂອງສະພາບແວດລ້ອມເສດຖະກິດທົ່ວໂລກ.
ປະກາດແຈ້ງການເຫັນວ່າ,ໃນ 5 ປີທີ່ຜ່ານມາ,ເສດຖະກິດໂລກໄດ້ພັດທະນາຢ່າງແຂງແຮງ.ສະນັ້ນ,ຜູ້ຕົກລົງນະໂຍບາຍຂອງປະເທດພວມພັດທະນາຕ້ອງໃຊ້ມາດຕະການ,ເພື່ອຮັບມືກັບການທ້າທາຍທີ່ໃຫຍ່ກວ່າເກົ່າທີ່ເນື່ອງມາຈາກການປ່ຽນແປງຂອງສະພາບແວດລ້ອມເສດຖະກິດທົ່ວໂລກ.ນີ້ກໍ່ຕ້ອງການໃຫ້ປະເທດຕ່າງໆຮັກສານະໂຍບາຍເສດຖະກິດມະຫາພາກທີ່ໝັ້ນຄົງແລະລະບອບຕິດຕາມຄຸ້ມຄອງການທະນາຄານທີ່ເຄັ່ງຄັດ,ພ້ອມທັງປົວແປງສະພາບແວດລ້ອມການຄ້າແລະວິທີຄຸ້ມຄອງໃຫ້ດີຂຶ້ນ.
ປະກາດແຈ້ງການຍັງໄດ້ກ່າວເນັ້ນຄວາມສຳຄັນຂອງໂຄງປະກອບການຄ້າຫຼາຍຝ່າຍ,ຮຽກຮ້ອງໃຫ້ປະເທດສະມາຊິກຂອງອົງການການຄ້າໂລກໃຊ້ທ່າທີຄ່ອງແຄ້ວ,ເພື່ອຟື້ນຟູການເຈລະຈາຮອບໂດຮາໃນທ້າຍປີນີ້.
|
|
|