ຈີນຈະຮັບປະກັນແກ້ໄຂເຮືອນຢູ່ໃນລະດູໜາວໃຫ້ຜູ້ປະສົບໄພທຳມະຊາດກ່ອນລະດູໜາວ
cri
Author: min
ຕາມຂ່າວ CRI: ວັນທີ 14 ກັນຍາ, ກະຊວງການປົກຄອງແລະປະຊາສົງເຄາະຈີນປະກາດວ່າ, ຈະຮັບປະກັນແກ້ໄຂບັນຫາເຮືອນຢູ່ໃນລະດູໜາວໃຫ້ຜູ້ປະສົບໄພທຳມະຊາດກ່ອນລະດູໜາວ.
ມື້ວານນີ້, ກະຊວງການປົກຄອງແລະປະຊາສົງເຄາະໄດ້ເບີກເງິນເພື່ອຟື້ນຟູອີກ 137 ລ້ານຢວນໃຫ້ 6 ແຂວງ, ຄື ແຂວງຟູຈ້ຽນ, ແຂວງເຈີ້ຈ່ຽງ, ແຂວງຈ່ຽງຊີ, ແຂວງຈີລິນ, ແຂວງຢຸນນານແລະແຂວງຊິ່ງຫາຍ, ເພື່ອຊ່ອຍເຫຼືອເຂດປະສົບໄພນ້ຳຖ້ວມແລະໄພແຜ່ນດິນໄຫວປຸກເຮືອນຢູ່ໃຫ້ປະຊາຊົນ.
ແຕ່ຕົ້ນປີນີ້ມາ, ຈີນໄດ້ປະສົບໄພທຳມະຊາດຮ້າຍແຮງ. ພາກສ່ວນທີ່ກ່ຽວຂ້ອງໄດ້ເບີກເງິນກູ້ໄພຂອງສູນກາງ 3 ຕື້ກວ່າຢວນໃຫ້ເຂດປະສົບໄພແລ້ວ. ເດືອນພະຈິກ, ກະຊວງການປົກຄອງແລະປະຊາສົງເຄາະຍັງຈະພ້ອມກັບຝ່າຍທີ່ກ່ຽວຂ້ອງຈະຈັດໃຫ້ມີການບໍລິຈາກເງິນຂອງສັງຄົມໃຫ້ຜູ້ປະສົບໄພ.
|
|