|
 |
(GMT+08:00)
2006-09-14 18:19:13
|
 |
ຜູ່ນຳສາສະຫນາໃນໂລກຮຽກຮ້ອງຄັດຄ້ານລັດທິກໍ່ການຮ້າຍທຸກຮູບທຸກແບບ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 13 ກັນຍາ, ກອງປະຊຸມຜູ່ນຳສາສະຫນາທີ່ເກົ່າແກ່ຂອງໂລກຄັ້ງທີສອງທີ່ຈັດຂຶ້ນຢູ່ອາສຕານາ ນະຄອນ ຫລວງກາຊັກສະຖານໄດ້ລົງນາມຖະແຫລງການ, ຮຽກຮ້ອງໃຫ້ຄັດຄ້ານລັດທິກໍ່ການຮ້າຍທຸກຮູບທຸກແບບ, ແລະຮຽກຮ້ອງໃຫ້ຕັ້ງຫນ້າຈັດການສົນທະນາລະຫວ່າງສາສະຫນາແລະວັດທະນະທຳ.
ທ່ານຈຳຢາງ.ໂລສັງຈິກເມ.ທຸບດານໂຈອີຈີນີມາ ຫົວຫນ້າຄະນະຜູ່ແທນຈີນ ຮອງປະທານພຸດທະສະມາຄົມຈີນເວົ້າວ່າ, ຖະແຫລງການດັ່ງກ່າວມີເຈດຈຳນົງໃຫ້ເພີ່ມຄວາມເຂົ້າໃຈກັນລະຫວ່າງວັດທະນະທຳແລະສາສະຫນາ, ຄັດຄ້ານການປະທະກັນຍ້ອນຄວາມແຕກຕ່າງກັນທາງດ້ານວັດທະນະທຳແລະສາສະຫນາ.
ທ່ານຕິ່ງຊາງຢຸນ ຣອງປະທານສະມາຄົມສາສະຫນາຕາວຂອງຈີນເຫັນວ່າ, ສາສະຫນາຕ່າງໆຄວນເລີ່ມຈາກຄວາມຜາສຸກຮ່ວມຂອງມວນມະນຸດ,ແລ້ວແລກປ່ຽນແລະສົນທະນາກັນຢ່າງກວ້າງຂວາງແລະເລິກເຊິ່ງ.
ທ່ານມາຮາເຕຍໂມຮາມັດ ອະດີດນາຍົກລັດຖະມົນຕີມາເລເຊຍເວົ້າວ່າ, ການສົນທະນາລະຫວ່າງຜູ່ນຳສາສະຫນາຕ່າງໆຈະເພີ່ມຄວາມເຂົ້າໃຈຕໍ່ລັດທິກໍ່ການຮ້າຍແລະຄວາມປອດໄພສາກົນ, ອົງການຈັດຕັ້ງສາສະຫນາຕ່າງໆແລະຜູ່ນຳຂອງອົງການເຫລົ່ານີ້ຍ່ອມຈະເສີມຂະຫຍາຍບົດບາດຫລາຍກວ່າເກົ່າໃນວຽກງານຂອງປະເທດໃຜລາວຢ່າງແນ່ນອນ.
|
|
|