|
 |
(GMT+08:00)
2006-08-24 17:22:35
|
 |
ວຽກງານຕໍ່ຕ້ານການຟອກເງິນຂອງຈີນຈະຂະຫຍາຍໄປຮອດສະຖາບັນການເງິນທັງໝົດ
cri
Author: shuo
ຕາມຂ່າວCRI:ຈີນຈະປະຕິບັດຂໍ້ກຳນົດສະບັບປັບປຸງກ່ຽວກັບການຕ້ານການຟອກເງິນໃນ ທະນາຄານແລະຂໍ້ກຳນົດກ່ຽວກັບການຕໍ່ຕ້ານການຟອກເງິນໃນບໍລິສັດຫຼັກຊັບແລະບໍລິສັດ ປະກັນໄພທີ່ວາງອອກໃໝ່ພາຍໃນປີນີ້,ທັງນີ້ໝາຍຄວາມວ່າ ວຽກງານຕໍ່ຕ້ານການຟອກເງິນຂອງຈີນຈະຈາກຂະແໜງທະນາຄານຂະຫຍາຍໄປຮອດສະຖາບັນການເງິນທັງໝົດ.
ວັນທີ24ສິງຫາ,ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນໄດ້ປະກາດ"ບົດລາຍງານວ່າດ້ວຍການຕໍ່ຕ້ານການຟອກເງິນຂອງຈີນປີ2005".ທະນາຄານກາງກ່າວວ່າ,ຈະຕັ້ງອົງການຕໍ່ຕ້ານການຟອກເງິນສະເພາະຢູ່ສາຂາຕ່າງໆ,ພ້ອມກັນນັ້ນ,ຈະເພີ່ມທະວີການຮ່ວມມືກັບອົງການຕຸລາການ,ເພື່ອຕໍ່ຕ້ານແລະສະກັດກັ້ນການຟອກເງິນ.
ໃນປີ2005,ທະນາຄານກາງຈີນແລະກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ຊ່ອຍເຫຼືອອົງການຕຸລາຄານມ້າງຄະດີການຟອກເງິນແລະຄະດີທີ່ກ່ຽວຂ້ອງລວມ50ກວ່າຄະດີ,ມູນຄ່າຫຼາຍກວ່າສິບຕື້ຢວນ.
|
|
|