ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 10:10:13    
"ມ່ວນ​ນຳ​ບ້ານ​ຊາວ​ນາ"​ຂອງ​ຊາວ​ເຜົ່າ​ນູ້

cri


ໃນ​ເຮືອນ​ເພື່ອນ​ບ້ານ​ຂອງ​ທ່ານ​ລິວ​ຢາງ​ໄຫ,ສາວ​ທີ່​ໃສ່​ຊຸດ​ເຜົ່າ​ນູ້​ຜູ່​ໜຶ່ງ​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ນັກ​ຂ່າວພວກ​ເຮົາຫຼາຍ,​ເສື້ອ​ຂອງ​ນາງ​ແມ່ນ​ເຮັດ​ດ້ວຍ​ຜ້າ​ພື້ນ​ເມືອງ​ທີ່​ມີ​ລວດ​ລາຍ​ດອກ​ນ້ອຍ​ສີ​​ສົດ​ໃສ.​ເດີ່ນ​ບ້ານ​ຂອງ​ນາງ​ກວ້າງ​ກວ່າ​ບ້ານ​ລິວ​ຢາງ​ໄຫ,ຢູ່​ຫັ້ນ​ຍັງ​ໄດ້​ສ້າງ​ສະ​ນ້ຳ​ນ້ອຍໆ​ແລະ​ພູ​ຫີນ​ທຽມ​ຫຼາຍ​ໜ່ວຍ,ຢູ່​ຂ້າງ​ສະ​ນ້ຳ​ຍັງ​ມີ​ສາ​ລາ​ນັ່ງ​ຫຼິ້ນ​ຫຼັງ​ໜຶ່ງ.​ຄອບ​ຄົວ​ຂອງ​ນາງ​ສາວ​ຜູ່​ນີ້​ກໍ​ໄດ້​ເຮັດ​ທຸ​ລະ​ກິດ"ມ່ວນ​ນຳ​ບ້ານ​ຊາວ​ນາ"​ຄື​ກັນ.

ນາງ​ສາວ​ຜູ່​ນີ້​ຊື່ວ່າ​ຄາຍ​ສູ ປີ​ນີ້​ອາຍຸ23​ປີ.ຄອບຄົວ​ນາງ​ກໍ​​ແມ່ນ​ເຮັດ​ທຸ​ລະ​ກິດ​"ມ່ວນ​ນຳ​ບ້ານ​ຊາວນາ"​ໃນ​ປີ2000.ກ່ອນ​​ເວລາ​ນັ້ນ,ພໍ່​ຂອງ​ນາງ​ຄາຍ​ສູ​ເຮັດ​ວຽກ​ໃນ​ເມືອງ,​ແມ່​ເປີດ​ຮ້ານ​ຂາຍ​ເຄື່ອງໃນ​ບ້ານ,ສ່ວນ​ນາງ​ຄາຍ​ສູ​ໄດ້​​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ.​ເຖິງ​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ນາງ​ດີ​ກວ່າ​ຄອບຄົວ​ອື່ນ​ໃນ​ບ້ານ​ໜ້ອຍ​ໜຶ່ງ​ກໍ​ຕາມ,​ແຕ່​ກໍ​ຍັງ​ຄົງ​ທຸກ​ຍາກ​ຢູ່.​ພາຍ​ລຸນ​ມາ,​ເມື່ອ​ໄດ້​ເຮັດ​ທຸລະ​ກິດ"ມ່ວນ​ນຳ​ບ້ານ​ຊາວນາ"​ແລ້ວ,​ທຸ​ລະ​ກິດ​ຂອງ​ຄອບ​ຄົວ​ນາງ​ຄາຍ​ສູ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,​ຍ້ອນ​ວ່າ​ຂາດ​ກຳ​ລັງ​ຄົນ,​ນາງ​ຄາຍ​ສູ​ໄດ້​ຈາກ​ຕ່າງ​ຖິ່ນ​ກັບ​ບ້ານ​ເພື່ອ​ຊ່ອຍ​ຄອບ​ຄົວ​.ນາງ​ຄາຍ​ສູ​ມີ​ຄວາມ​ຮູ້​ຫຼາຍ​ດ້ານ​ຍ້ອນ​ມີ​ປະ​ສົບ​ການ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ,​ນາງ​ບອກ​ນັກ​ຂ່າວ​ວ່າ,ການ​ເຮັດ​ທຸລະ​ກິດ"ມ່ວນ​ນຳ​ບ້ານ​ຊາວນາ"ບໍ່ພ​ຽງ​ແຕ່​ໄດ້​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ນາງ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ,​ພ້ອມ​ກັນ​ນັ້ນ​ກໍ​ໄດ້​ມີ​ບົດບາດ​ດ້ານ​ໂຄ​ສະ​ນາ​ແລະ​ອະ​ນຸ​ລັກ​ວັດ​ທະ​ນະ​ທຳ​ເຜົ່າ​ນູ້.​ເພາະວ່າ,​ໃນ​ເວລາ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ,​"ມ່ວນ​ນຳ​ບ້ານ​ຊາວ​ນາ"​ເຜົ່າ​ນູ້​ໄດ້​ຮັກ​ສາ​ຮີດ​ຄອງ​ປະ​ເພນີ​ຫຼາຍ​ຢ່າງ​ຂອງ​ເຜົ່າ​ນ້ຢ່າງ​ໝັ້ນ​ໜຽວ. 

ນາງ​ຄາຍ​ສູ​ໄດ້ຮ້ອງ​ເພງ​ຍົກ​ຈອກ​ເຫຼົ້າ​ອວຍ​ພອນ​ຂອງ​ເຜົ່າ​ນູ້​ເພງ​ໜຶ່ງ​,ທັງ​ເອົາ​ເຫຼົ້າ​ເຂົ້າ​ທີ່​ຄອບ​ຄົວ​ຂອງ​ນາງ​ຕົ້ມ​ເອງ​ນັ້ນ​ໃຫ້​ພວກ​ເຮົາ.​ນາງ​ຄາຍ​ສູງ​ເວົ້າ​ວ່າ:​ນອກ​ຈາກ​ເສີ​ບອາ​ຫານ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ເຜົ່າ​ນູ້​ໃຫ້​ແຂກ​ຄົນ​ແລ້ວ,ນາງ​ຍັງ​ໄດ້​ພ້ອມ​ກັບ​ເອື້ອຍ​ນ້ອງ​ໃນ​ບ້ານ​ຟ້ອນ​ລຳ​ສວນ​ຈື​ທີ່​ແມ່ນ ການ​ຟ້ອນ​ຊະ​ນິດ​ໜຶ່ງ​ຂອງ​ເຜົ່າ​ນູ້​ໃຫ້​ແຂກ​ຊົມ.​ການ​ຟ້ອນ​ນີ້​ໄດ້​ຊື່​ຍ້ອນ​ຟ້ອນ​ແບບ​ປິ່ນ​ຕົວ.ນາງ​ເວົ້າ​ວ່າ:​ວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ເຜົ່າ​ນູ້​ພວມ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຈຳນວນ​ຫຼວງ​ຫຼາຍ.ນາງ​ໄດ້​ເວົ້າ​ເຖິງ​​ໂຄງ​ຄວາມ​ຄິດ​ຂອງ​ຕົນ​ສູ່​ຟັງ​ວ່າ:

 "​ໃນ​ພາຍ​ໜ້າ,ຄັນວ່າ​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ​ອີກ,ຂ້ອຍ​ຢາກ​ຈັດ​ຕັ້ງ​ກອງ​ສິລະ,​ແລ້ວ​ໄປ​ສະ​ແດງ​ຢູ່​ຫຼາຍ​ຄອບຄົວ​ທີ່​ເຮັດ​ທຸລະ​ກິດ"ມ່ວນ​ນຳ​ບ້ານ​ຊາວນາ",​ໃຫ້​ຊາວ​ບ້ານ​ເຮົາ​ໄດ້​ເງິນ​ຫຼາຍ​ຂຶ້ນ.ອີກ​ອັນ​ໜຶ່ງ,ຂ້ອຍ​ຢາກ​ປຸກ​ເຮືອນ​ໃໝ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ເຜົ່າ​ນູ້​ຈຳ​ນວນ​ໜຶ່ງ,​ແລະ​ກໍ​ແມ່ນ​ພວກ​ເຮົາ​ເປັນ​ຜູ່​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ຫ້ອງ​ນອນ​ແລະ​ຊີ້ນ​ປາ​ພືດ​ຜັກ​ຕ່າງໆ​ໃຫ້​ນັກ​ທ່ອງ​ທ່ຽວ​ແຕ່ງກິນ​ເອົາ​ເອງ,​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ສຳ​ຜັດ​ຊີ​ວິດ​ເຜົ່າ​ນູ້​ທີ່​ແທ້​ຈິງ.

ໃນ​ຂະນະ​ທີ່​ລົມ​ກັບ​ນາງ​ຄາຍ​ສູ​ມັນ​ຢູ່,ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ທີ່​ນອນ​ຢູ່​ເຮືອນ​ຂອງ​ນາງ​ໄດ້​ກັບ​ມາ​ຈາກ​ທ່ຽວ​ນອກ,ພວກ​ເຂົາ​ເຈົ້າ​ເລີຍ​ໄປ​ແຕ່ງກິນ​ຢູ່​ເຮືອນ​ຄົວ.

ບ້ານ​ເຈຍ​ເຊິ່ງມີ50​ກວ່າ​ຄອບຄົວ,ນອກ​ຈາກ​ນາງ​ຄາຍ​ສູ​ແລະ​ທ່າ​ນລິວ​ຢາງ​ໄຫ​ແລ້ວ,​ຍັງ​ມີ​ຫຼາຍ​ຄອບຄົວ​ໄດ້​ເຮັດ​ທຸລະ​ກິດ"ມ່ວນ​ນຳ​ບ້ານ​ຊາວນາ".​ທ່ານ​ເຟິງ​ເວີຍ​ສຽງ​ເຈົ້າ​ໜ້າ​ທີ່​ຊີ້​ນຳ​ວຽກ​ງານ​ຊົນ​ເຜົ່າ​ຂອງ​​ທ້ອງ​ຖິ່ນ​ດັ່ງ​ກ່າວ​ເວົ້າ​ວ່າ:​ການ​ທ່ອງ​ທ່ຽວ​ເຜົ່າ​ນູ້ຫາ​ກໍ່​ແມ່ນ​ບາດ​ກ້າວ​ທຳ​ອິດ,​ຕໍ່​ໄປ​ພາຍ​ໜ້າ,ອຳນາດການ​ປົກ​ຄອງ​ທ້ອງ​ຖິ່ນ​ຈະ​ສ້າງ​ເງື່ອນ​ໄຂ​ດີກ​ວ່າ​ເກົ່າ​ໃນ​ດ້ານ​ນີ້,​ເຮັດ​ໃຫ້​ຊາວບ້ານ​ເຜົ່າ​ນູ້ນັບ​ມື້​ນັບ​ຫຼາຍ​ສ້າງ​ຮັ່ງ​ຄູນ​ມີ​ດ້ວຍ​ການ​ພັດທະນາ​ການທ່ອງທ່ຽວ.​

 "ພາຍ​ໃນ​ປີ​ນີ້,ພວກ​ເຮົາຈະ​ປູທາງ​ດິນ​ໃຫ້​ເປັນ​ທາງ​ປູຢາງ,​ສອງ,​ຈະ​ສ້າງ​ສະ​ໜາມ​ທີ່​ມີ​ບ່ອນ​ຈອດ​ລົດ,ຮ້ານ​ຄ້າ,​ແລະ​ບ່ອນ​ຜັກ​ຜ່ອນ​ແລະ​ບັນ​ເທີງ.​ແລະ​ສ້າງ​ກອງ​ມ້າ​ຕ່າງ,​ໃຫ້​ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ຮີດຄອງ​ປະ​ເພນີ​ທ້ອງ​ຖິ່ນ​ເຮົາ."

ຖ້າ​ທ່ານ​ມີ​​ໂອກາດ,​ເຊີນ​ທ່ານ​ໄປ​ຢາມ​ບ້ານ​ເຜົ່າ​ນູ້,ສຳຜັດ"ມ່ວນ​ນຳ​ບ້ານ​ຊາວນາ"ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ເຂົາ​ເຈົ້າ,​ສຳ​ຜັດ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ຄວາມ​ຮັກ​ແຂກ​ຮັກ​ຄົນ​ຂອງ​ເຂົາ​ເຈົ້າ.​ເອົາ​ລະ​ທ່ານ​ຜູ່​ຟັງ​ທີ່​ເຄົາ​ລົບ​.


1  2