ຕາມຂ່າວສານຊິນຮວາ: ວັນທີ 19 ສິງຫາ, ກົມສະຖິຕິແຫ່ງຊາດຈີນໄດ້ປະກາດຜົນສະຖິຕິວ່າ, ວິສາຫະກິດອຸດສາຫະກຳຂະໜາດໃຫຍ່ຂອງຈີນໃນປີ 2006 ມີເຖິງ 2387 ແຫ່ງ, ເພີ່ມອີກ 233 ແຫ່ງ.
ຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງກົມສະຖິຕິແຫ່ງຊາດຈີນ, ວິສາຫະກິດອຸດສາຫະກຳຂະໜາດໃຫຍ່ໝາຍເຖິງວິສາຫະກິດທີ່ສ້າງລາຍຮັບ 300 ລ້ານຢວນຂຶ້ນໄປຕໍ່ປີ, ຍອດຊັບສິນມີເຖິງ 400 ລ້ານຢວນຂຶ້ນໄປ, ມີພະນັກງານກຳມະກອນ 2000 ຄົນຂຶ້ນໄປ.
ໃນວິສາຫະກິດອຸດສາຫະກຳຂະໜາດໃຫຍ່ເຫຼົ່ານີ້, ລັດວິສາຫະກິດຖືຫຸ້ນສ່ວນຫຼາຍແລະວິສາຫະກິດຮວມໝູ່ກວມ 50% ຂຶ້ນໄປ, ຍັງຄອງຖານະນຳທາງຢູ່ຄືເກົ່າ.
|