|
 |
(GMT+08:00)
2006-08-11 15:52:20
|
 |
ປັກກິ່ງ2008 ງານກິລາໂອລິມປິກ
cri
ທິມບານເຕະຈີນເພດຍິງທີ່ລັງເລຢູ່ພື້ນເຫວໃນຫຼາຍປີມານີ້, ໄດ້ເຮັດໃຫ້ແຟນບານດີອົກດີໃຈຢ່າງກະທັນຫັນ. ໃນການແຂ່ງຂັນບານເຕະຊີງຂັນອາຊີເພດຍິງຄັ້ງທີ 15 ທີ່ສິ້ນສຸດລົງໃນວັນທີ 30 ກໍລະກົດ, ທິມບານເຕະຈີນເພດຍິງທີ່ບໍ່ໄດ້ເຫັນໃນແງ່ດີຊີງໄດ້ແຊມປຽນທີ່ຄົນທັງຫຼາຍນຶກບໍ່ເຖິງ, ໄດ້ເຮັດໃຫ້ພວກເຂົາມີຄວາມໝັ້ນໃຈທີ່ຟື້ນຄວາມຈະເລີນຄືນໃໝ່. ທິມບານເຕະຈີນເພດຍິງທີ່ເຄີຍໄດ້ເງິນຫຼຽນຂອງງານກິລາໂອລິມປິກອາແຕນແລະຮອງສະນະເລີດຂອງງານແຂ່ງຂັນບານເຕະຊີງຂັນໂລກປີ1999ເຄີຍຢູ່ນຳໜ້າໃນອາຊີກໍຄືທົ່ວໂລກເປັນໄລຍະຍາວນານ, ແຕ່ພາຍຫຼັງໄດ້ແຊມປຽນຂອງການແຂ່ງຂັນບານເຕະຊີງຂັນອາຊີເພດຍິງເທື່ອ7ເມື່ອປີ1999ແລ້ວພວກເຂົາບໍ່ໄດ້ແຊມປຽນຂອງການແຂງຂັນດັ່ງກ່າວເທື່ອ. ຝ່າຍປໍລະປັກທີ່ເຄີຍຊະນະງາຍທີ່ສຸດ, ຄອຍໆກາຍເປັນພູໃຫຍ່ທີ່ຂ້າມບໍ່ໄດ້. ທິມບານເຕະຈີນເພດຍິງບໍ່ພຽງແຕ່ເສຍຖານະນຳໜ້າໃນໂລກ, ຜົນງານຢູ່ເຂດອາຊີກໍນັບມື້ນັບຫຼຸດລົງ. ບໍ່ຊະນະສ.ປ.ປ.ເກົາຫຼີເປັນ7ປີຕໍ່ເນື່ອງ, ເສຍໃຫ້ເຢຍລະມັນ0ຕໍ່8ໃນງານກິລາໂອລິມປິກອາແຕນ……ທິມບານເຕະຈີນເພດຍິງທີ່ເຄີຍສ້າງມ່ວນຊື່ນທີ່ນັບບໍ່ຖ້ວນໃຫ້ແຕ່ແຟນບານຈີນ, ໃນຫຼາຍປີທີ່ຜ່ານມາໄດ້ສ້າງຜົນງານຂ້ອນຂ້າງຫຼາຍທີ່ເຮັດໃຫ້ຄົນທັນຫຼາຍຮັບບໍໄດ້. ສຳລັບທິມບານເຕະຈີນເພດຍິງທີ່ເຄີຍຕົກຢູ່ພື້ນເຫວ, ຜົນຮັບໄດ້ໃຫຍ່ກວ່າໝູ່ບໍ່ພ່ຽງແຕ່ແມ່ນແຊມປຽນທຳອິດໃນ7ປີມານີ້, ຫາກແມ່ນນ້ຳໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນທີ່ພວກເຂົາເຈົ້າສະແດງອອກໃນຂະບວນຍາດແຍ່ງແຊມປຽນ. ໃນການແຂ່ງຂັນເທື່ອນີ້, ສະພາບເລີ່ມຕົ້ນຂອງທິມບານເຕະຈີນເພດຍິງບໍ່ດີປານໃດ, ຍິງກວ່ານັ້ນຍັງໄດ້ເສຍໃຫ້ທິມຍີ່ປຸ່ນໃນການແຂ່ງຂັນສາຍ. ພາຍຫຼັງການແຂ່ງຂັນນັດນັ້ນສິ້ນສຸດລົງແລ້ວ, ຄົນທັງຫຼາຍສ່ວນຫຼາຍບໍ່ມີຄວາມຫວັງຕໍ່ສາກໜ້າໄດ້ແຊມປຽນຂອງທິບບານເຕະຈີນເພດຍິງ. ແຕ່ຂະບວນແຂ່ງຂັນຕາມຫຼັງຢືນຢັນວ່າ, ພໍດີຍ້ອນເສຍໃຫ້ທິມຍີ່ປຸ່ນ, ເຮັດໃຫ້ທົ່ວທິມ"ຮູ້ສຶກລະອາຍແລ້ວກ້າຫານ". ໃນການແຂ່ງຂັນຄັດເລືອກຈາກນັ້ນ, ທິມບັນເຕະຈີນເພດຍິງໄດ້ເອົາຊະນະທິມສ.ປ.ປ.ເກົາຫຼີເຊິ່ງຊະນະທິມຈີນຫຼາຍປີໂດຍຄະແນນ1ຕໍ່0, ແລ້ວໄດ້ຍາດເອົາຄະແນນສະເໝີກັນໃຕ້ສະພາບການ0ຕໍ່2, ແລະໄດ້ເອົາຊະນະທີມອົສຕຼາລີ ຝ່າຍເຈົ້າພາບດ້ວຍການຍິງລູກໂທດ. ໃນການແຂ່ງຂັນສອງນັດດັ່ງກ່າວ, ເຖິງວ່າທິມຈີນບໍ່ມີທ່າແຮງໃດໆໃນຂັ້ນເຕັກນິກກໍຕາມ, ແຕ່ໄດ້ຍຶດຖືຮອດເວລາເອົາຊະນະຂອງການແຂ່ງຂັນດ້ວຍຈິດໃຈທີ່ເຂັ້ມແຂງກວ່າຝ່າຍປໍລະປັກ. ນອກນັ້ນ, ທິມບານເຕະຈີນເພດຍິງຍັງໄດ້ຮັບອະນາຄົດ, ຕົວຢ່າງເດັ່ນຊັດທີ່ສຸດແມ່ນນາງມາສຽວຊູ້ ກອງບຸກໜ້າທີ່ໄດ້ຮັບຊື່ນັກເຕະບານດີທີ່ສຸດຂອງການແຂ່ງຂັນ. ໃຕ້ສະພາບທີ່ກອງບຸກໜ້າອື່ນໆຢູ່ສະພາບບໍ່ດີ, ນາງທີ່ອາຍຸ18ປີໃນປີນີ້ໄດ້ຄ້ຳຊູສາຍກອງບຸກໜ້າຂອງທິມບານເຕະດ້ວຍຕົນເອງ, ແລະໄດ້ປະກອບສ່ວນຊ່ອຍຍິງປະຕູແລະໄດ້ຄະແນນໃນການແຂ່ງຂັນຮອບຊິງຊະນະເລີກ, ໄດ້ສະໜອງພະລັງຊີວິດແລະຄວາມຫວັງໃຫ້ແກ່ທິມບານເຕະຈີນເພດຍິງທີ່ຂາດດາວບານເຕະລະດັບໂລກແຕ່ນາງຊຸນເຫວີນແລະນາງຫຼີວອາຍຫຼີງອອກການ. ການທົດສອບຂອງການແຂ່ງຂັນບານເຕະຊີງຂັນອາຊີໄດ້ຜ່ານໄປແລ້ວ, ປັດຈຸບັນ, ທິມບານເຕະຈີນເພດຍິງທີ່ໄດ້ຮັບຄວາມໝັ້ນໃຈໄດ້ອວາຍໜ້າໄປສູ່ອະນາຄົດ. ນາງມາສຽວຊູ ຜູ່ໃໝ່ຂອງທິມຈີນກ່າວວ່າ:"ເປົ້າໝາຍຕໍ່ໄປແມ່ນອາຊີເກມ, ຍາດແຍ່ງໄດ້ແຊມປຽນອີກ. ຖັດມາແມ່ນການແຂ່ງຂັນໃນປີ2007ແລະປີ2008, ການແຂ່ງຂັນເຫຼົ່ານີ້ແມ່ນການແຂ່ງຂັນສຳຄັນທີ່ສຸດຢ່າງແນ່ນອນ." ໃນເວລາຈ້ອງມອງອະນາຄົດ, ທ່ານມາລຽງຊິງກໍບໍ່ປິດບັງຄວາມຫວັງກ້າວໜ້າຢ່າງແຮງ, ທ່ານເວົ້າວ່າ"ຂ້າພະເຈົ້າເຫັນວ່າບໍ່ວ່າແຕ່ເວົ້າຈາກແງ່ຕົນເອງ ທິມບານເຕະ ສະມາຄົມບານເຕະຫຼືວ່າແຟນບານ, ລ້ວນແຕ່ບໍ່ພໍໃຈຕໍ່ແຊມປຽນອາຊີ."
|
|
|