|
 |
(GMT+08:00)
2006-08-04 20:45:16
|
ເຄື່ອງຊ່ອຍເຫຼືອງວດທຳອິດທີ່ຈີນສະໜອງໃຫ້ລີບັງໄດ້ໄປຮອດເບລຸດ
cri
Author: shuo
ຕາມຂ່າວສານຊິນຮວາ:ຕອນເຊົ້າວັນທີ4ສິງຫາ,ເຄື່ອງຊ່ອຍເຫຼືອສຸກເສີນດ້ານມະນຸດສະທຳງວດທຳອິດທີ່ລັດຖະບານຈີນຊ່ອຍລີບັງໄດ້ໄປຮອດສະໜາມບິນສາກົນຮາລີລີທີ່ເບລຸດ ນະຄອນຫຼວງລີບັງ.
ເຄື່ອງຊ່ອຍເຫຼືອງວດນີ້ມີປະມານ40ໂຕນ,ລວມທັງຢາປົວພະຍາດ ອຸປະກອນການແພດ ຈັກໄຟຟ້າ ຕູບຜ້າເຕັນແລະຜ້າຫົ່ມເປັນຕົ້ນ.ສະຖານທູດຈີນປະຈຳລີບັງກັບຜູ້ຕາງໜ້າຝ່າຍລີບັງໄດ້ຈັດພິທີມອບຮັບແບບງ່າຍໆຢູ່ສະໜາມບິນ.ຝ່າຍລີບັງສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຈີນທີ່ໄດ້ໃຫ້ການຊ່ອຍເຫຼືອຢ່າງບໍ່ຄິດຄ່າຕອບແທນໃນເວລາຫຍຸ້ງຍາກທີ່ສຸດຂອງລີບັງ.
ຕາມຊາບວ່າ,ລັດຖະບານຈີນຈະສະໜອງເຄື່ອງຊ່ອຍເຫຼືອ150ໂຕນໃຫ້ລີບັງ.ອັນທີ່ເຫຼືອນັ້ນຈະແບ່ງເປັນ3ເທື່ອຂົນສົ່ງໄປຮອດເບລຸດໃນຕອນບ່າຍວັນທີ4ແລະວັນທີ5ສິງຫາເວລາທ້ອງຖິ່ນ.
|
|
|