ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-16 20:25:01    
ຈີນ​ຈະ​ເພີ່ມ​ທະ​ວີ​ການ​ປົວ​ແປງ​ການ​ໃຫ້​ສິນ​ບົນ​ໃນ​ຂະ​ແໜງ​ການ​ທະ​ນາ​ຄານ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຂະ​ແໜງ​ການ​ທະນາຄານ​ຂອງ​ຈີນ​ຈະ​ໃຊ້​ມາດ​ຕະ​ການ​ຕ່າງໆ​ເຊັ່ນ​ກວດ​ກາ​ແລະ​ດັດ​ແກ້​ການ​ຊື້​ຂາຍ​ທີ່​ບໍ່​ຖືກ​ຕ້ອງ,​ກວດ​ກາ​ຄະ​ດີ​ໃຫ້​ສິນ​ບົນ​ເປັນ​ຕົ້ນ,​ເພີ່ມ​ທະ​ວີ​ການ​ປົວ​ແປງ​ການ​ໃຫ້​ສິນ​ບົນ​ດ້ານ​ການ​ຄ້າ.

ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ທະນາຄານ​ຈີນ​ໄດ້​ປະ​ກາດ​ຂ່າວ​ດັ່ງ​ກ່າວ​ໃນ​ກອງ​ປະຊຸມ​ເທື່ອ​ໜຶ່ງ​ໃນ​ຫວ່າ​ງມໍ່ໆ​ນີ້.​ເຈົ້າ​ໜ້າ​ທີ່​ຄະນະ​ກຳ​ມະ​ການ​ດັ່ງ​ກ່າວ​ກ່າວ​ວ່າ,​ທະ​ແນມ​ແຕ່​ໄດ້​ປະກົດ​ມີ​​ເງິນ​ກູ້​ດ້ອຍ​ຄຸນ​ນະພາ​ບກ້ອນ​ໃຫຍ່​ແລະ​ເກີດ​ຄະ​ດີ​ຫຼອກ​ຕົ້ມ,​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຕ້ອງ​ກວດ​ກາ​ວ່າ​ໃນ​ເບື້ອງ​ຫຼັງ​ມີ​ການ​ກະທຳ​ໃຫ້​ສິນ​ບົນ​ດ້ານ​ການ​ຄ້າ​ຫຼື​ບໍ່? ຈະ​ສືບ​ສວນ​ຄະ​ດີ​ຜິດ​ກົດ​ໝາຍ​ຕ່າງໆ​ເຊັ່ນ​ພະ​ນັກ​ງານ​ຂະ​ແໜງ​ການ​ທະ​ນາ​ຄານ​ສວຍ​ໃຊ້​ສິດ​ຕຳ​ແໜ່​ງ​ເຂົ້າ​ຮ່ວມ​ຫຼື​​ເຂົ້າ​ແຊກ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ຂອງ​ອົງ​ການ​ທະ​ນາ​ຄານ,​ທວງ​ເອົາ​ແລະ​ຮັບ​ສິນ​ບົນ​ເປັນ​ຕົ້ນ.

ລັດຖະບານ​ຈີນ​ໄດ້​ກ່າວ​ວ່າ,ການສຳ​ຫຼວດ​ແລະ​ຊຳ​ລະ​ຄະດີ​ສິນ​ບົນ​ດ້ານ​ການ​ຄ້າ​ແມ່ນ​ວຽກ​ງານ​ຈຸດ​ໜັກ​​ອັນ​ໜຶ່ງໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ​ນີ້,​ຈະ​ເຈາະ​ຈົງ​ປົວ​ແປງ​ການ​ກະ​ທຳ​ ສິນ​ບົນ​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ​ໂຄງການ​ກໍ່ສ້າງ,ການ​ໂອນ​ທີ່​ດິນ,​ແລະ​ການ​ຊື້​ຂາຍ​ສິດ​ຊັບ​ສິນ​​ເປັນ​ຕົ້ນ.