ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-11 17:09:59    
ຈີນ​ໄດ້​ອະ​ນຸ​ມັດ 36 ອົງ​ການ​ຕ່າງ​ປະ​ເທດ​ລົງ​ທຶນ​ໃບ​ຫຸ້ນ​ປະ​ເພດA​ລວມ 7 ຕື້​ກວ່າ​ໂດ​ລາ​ສະ​ຫະ​ລັດ

cri Author: cai
ຕາມ​ຂ່າວສານ​ຊີນ​ຮວາ:ປະຈຸ​ບັນ,ລວມ​ມີ 42 ອົງ​ການ​ທຶນຕ່າງປະ​ເທດ​ໄດ້​ຮັບ​ຄຸນ​ວຸດ​ທິ​ເປັນ​ຜູ້​ລົງ​ທຶນ​ອົງ​ການ​ຕ່າງ​ປະ​ເທດ​ທີ່​ໄດ້​ມາດຖານ​ຂອງ​ຈີນຄືQFII,​ໃນ​ນັ້ນ,​ໄດ້​ມີ 36 ອົງການ​ໄດ້​ຮັບອະນຸມັດ​ໃຫ້ລົງທຶນ​ໃບ​ຫຸ້ນປະ​ເພດAລວມ 7 ຕື້ 145 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວນີ້​ແມ່ນ​ຄະນະ​ກຳມະ​ການ​ຕິດຕາມ​ຄຸ້ມ​ຄອງ​ຫຼັກ​ຊັບ​ຂອງ​ຈີນ​ປະກາດ​ໃນ​ວັນ​ທີ 11 ກໍ​ລະ​ກົດ.ກ່ອນ​ນີ້,ຄະນະ​ກຳ​ມະການ​ດັ່ງກ່າວ​ມີ​ແຜນ​ຈະ​ເພີ່ມວົງ​ເງິນຂອງ​ຜູ້​ລົງທຶນ​ອົງການ​ຕ່າງປະ​ເທດ​ທີ່​ໄດ້​ມາດຖານນັ້ນ​ຂຶ້ນ​ຮອດ 10 ຕື້​ໂດ​ລາ​ສະຫະລັດ.

ບຸກຄົນ​ໃນວົງ​ການ​ເຫັນ​ວ່າ,ຈີນ​ເປີດ​ກວ້າງຖັນ​​ແຖວ​ຜູ້​ລົງທຶນຂອງອົງການ​ຕ່າງປະ​ເທດເປັນ​ກ້າວໆນັ້ນ,ມີ​ຄວາມໝາຍອັນ​ຕັ້ງໜ້າ​ຕໍ່​ການ​ເພີ່ມ​ການສະໜອງດ້ານ​ເງິນ​ທຶນ​ໃຫ້​ຕະຫຼາດ​ຫຸ້ນ,​ແລະ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະຫຼາດ.