ຕາມຂ່າວcri:ພາຍຫຼັງສື່ມວນຊົນຂອງອາເມລິກາ,ຍີ່ປຸ່ນແລະສ.ເກົາຫຼີແຈ້ງຂ່າວສປປເກົາຫຼີທົດລອງຍິງລູກສອນໄຟນຳວິຖີຫຼາຍລູກໃນຕອນຮຸ່ງເຊົ້າວັນທີ5 ກໍລະກົດແລ້ວ,ໃນມື້ດຽວກັນ,ລັດຖະບານຂອງອາເມລິກາ,ຍີ່ປຸ່ນ,ສ.ເກົາຫຼີແລະສິງກະໂປຕ່າງໄດ້ທຳປະຕິກິລິຍາ.
ທຳນຽບຂາວອາເມລິກາກ່າວວ່າ,ສປປເກົາຫຼີທົດລອງຍິງລູກສອນໄຟນຳວິຖີເປັນ"ສິ່ງທ້າທາຍ"ຊະນິດໜຶ່ງຕໍ່ອາເມລິກາ,ແຕ່ບໍ່ຫ່ອນຈະຂົ່ມຂູ່ອາເມລິກາ.
ລັດຖະບານຍີ່ປຸ່ນປະທ້ວງຢ່າງຮຸນແຮງຕໍ່ສປປເກົາຫຼີທົດລອງຍິງລູກສອນໄຟນຳວິຖີ,ແລະປະກາດລົງໂທດສປປເກົາຫຼີ.ເນື້ອໃນການລົງໂທດລວມທັງຫ້າມກຳປັ່ນໂດຍສານສິນຄ້າ"ເລກວ້ານຈິງເຟິ່ງ"ຂອງສປປເກົາຫຼີແລະຖ້ຽວບິນຂອງສປປເກົາຫຼີເຂົ້າຍີ່ປຸ່ນ,ຫ້າມເຈົ້າໜ້າທີ່ສປປເກົາຫຼີແລະເຮືອແລະລູກເຮືອຂອງສປປເກົາຫຼີເຂົ້າຍີ່ປຸ່ນເປັນຕົ້ນ.
ລັດຖະບານສ.ເກົາຫຼີອອກຖະແຫຼງການ,ສະແດງຄວາມເສຍໃຈຕໍ່ສປປເກົາຫຼີທົດລອງຍິງລູກສອນໄຟນຳວິຖີ,ແລະເຕືອນສປປເກົາຫຼີປະຖິ້ມການເຄື່ອນໄຫວທ້າທາຍ,ກັບຄືນສູ່ການເຈລະຈາ6ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີໃນທັນທີ,ແກ້ໄຂບັນຫາໂດຍຜ່ານການສົນທະນາ.ຖະແຫຼງການຍັງຊີ້ອອກວ່າ,ສປປເກົາຫຼີຄວນຮັບຜິດຊອບຜົນຮ້າຍຢ້ອນຫຼັງທຸກຢ່າງທີ່ເກີດຂຶ້ນຍ້ອນການທົດລອງຍິງລູກສອນໄຟພາໃຫ້.
ລັດຖະບານສິງກະໂປກໍ່ສະແດງຄວາມເສຍໃຈຕໍ່ສປປເກົາຫຼີທົດລອງຍິງລູກສອນໄຟນຳວິຖີ,ແລະຮຽກຮ້ອງສປປເກົາຫຼີຢຸດຕິການເຄື່ອນໄຫວທ້າທາຍທີ່ຄ້າຍຄືກັນນີ້,ກັບຄືນສູ່ການເຈລະຈາ6ຝ່າຍ.
ປັດຈຸບັນ,ຝ່າຍສປປເກົາຫຼີຍັງບໍ່ໄດ້ຢືນຢັນຂ່າວທົດລອງຍິງລູກສອນໄຟນຳວິຖີດັ່ງກ່າວ.
|