ຍອດມູນຄ່າຈຳນຳຂອງຈີນໃນປີນີ້ກະວ່າຈະບັນລຸ80ຕື້ຢວນ
cri
ຕາມຂ່າວສານຊິນຮວາ,ປັດຈຸບັນ,ຈີນມີວິສາຫະກິດຈຳນຳລວມ2052ຫຼັງ,ຜູ່ປະຕິບັດງານມີເກືອບ18ພັນຄົນ,ກະວ່າ,ຍອດມູນຄ່າຈຳນຳຂອງທົ່ວຂະແໜງການໃນປີນີ້ຈະບັນລຸ80ຕື້ຢວນ.
ທ່ານສົງສວນ ໂຄສົກຖະແຫຼງຂ່າວກະຊວງການຄ້າຈີນແນະນຳວ່າ,ແຕ່ຈີນປະຕິບັດວິທີຄຸ້ມຄອງການຈຳນຳແຕ່ເດືອນເມສາປີກາຍນີ້ເປັນຕົ້ນມາ,ຂະແໜງການຈຳນຳຂອງຈີນໄດ້ເຂົ້າສູ່ໄລຍະພັດທະນາຢ່າງວ່ອງໄວແລະປອດໄສ.ຍອດປະລິມານບໍລິສັດຈຳນຳໄດ້ເພີ່ມຂຶ້ນ,ກຳລັງຕົວຈິງຂອງຂະແໜງການໄດ້ເພີ່ມທະວີຂຶ້ນຕື່ມອີກ,ຂະໜາດທຸລະການໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ,ບົດບາດຂອງຂະແໜງການດັ່ງກ່າວໃນການຮັບໃຊ້ການພັດທະນາເສດຖະກິດສັງຄົມແລະການລະດົມທຶນລະດົມໃຫ້ວິສາຫະກິດຂະໜາດກາງແລະຂະໜາດນ້ອຍໄດ້ນັບມື້ນັບພົ້ນເດັ່ນຂຶ້ນ.
|
|