|
 |
(GMT+08:00)
2006-07-03 20:35:12
|
 |
ບົດລາຍງານຂອງສະຫະປະຊາຊາດມີເຈດຈຳນົງໃຫ້ປະເທດພວມພັດທະນາພັດທະນາເສດຖະກິດຫຼາຍເຄົ້າບົນພື້ນຖານສະພາບແຫ່ງຊາດ
cri
Author: shuo
ຕາມຂ່າວCRI:ວັນທີ3ກໍລະກົດ,ຢູ່ທີ່ເຊີແນວ,ສະພາແອັສກັບຂອງສະຫະປະຊາຊາດໄດ້ປະກາດບົດລາຍງານ,ມີເຈດຈຳນົງໃຫ້ປະເທດພວມພັດທະນາພະຍາຍາມພັດທະນາເສດຖະກິດຫຼາຍເຄົ້າບົນພື້ນຖານສະພາບແຫ່ງຊາດຂອງຕົນ,ເພື່ອຍົກຄວາມສາມາດຂອງເສດຖະກິດຕົນໃນການຕ້ານຢັນການກະທົບຈາກລາຄາວັດຖຸດິບຂອງໂລກຖີບສູງຂຶ້ນພ້ອມດ້ວຍຕະຫຼາດການເງິນແລະຕະຫຼາດຫຸ້ນສາກົນປັ່ນປ່ວນ.
ບົດລາຍງານຍັງຄາດຄະເນວ່າ,ປີ2006,ອັດຕາເສດຖະກິດເພີ່ມຂຶ້ນຂອງປະເທດພວມພັດທະນາສະເລ່ຍແລ້ວແມ່ນ6%,ສ່ວນອັດຕາເສດຖະກິດເພີ່ມຂຶ້ນຂຂອງປະເທດດ້ອຍພັດທະນາທີ່ສຸດຈະບັນລຸ7%.
ບົດລາຍງານສະບັບນີ້ແມ່ນປະກາດກ່ອນກອງປະຊຸມສະພາແອັສກັບຂອງສະຫະປະຊາຊາດຈະໄຂຂຶ້ນຢູ່ເຊີແນວໃນວັນທີ3ກໍລະກົດ.ກອງປະຊຸມດັ່ງກ່າວຈະຈັດເປັນເວລາ4ມື້.ບົດລາຍງານສະບັບນີ້ຈະຕົ້ນຕໍຫາລືເຮັດແນວໃດຫຼຸດຈຳນວນຜູ້ຕົກງານໃນຂອບເຂດທົ່ວໂລກໃຫ້ໜ້ອຍລົງ,ພ້ອມດ້ວຍຫຼຸດຄວາມຜິດໂຕນກັນດ້ານລາຍຮັບລະຫວ່າງປະເທດຮັ່ງມີກັບປະເທດທຸກຍາກໃຫ້ໜ້ອຍລົງ.
|
|
|