ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-28 17:57:04    
ສຳ​ຜັດ​ຮີດຄອງ​ປະ​ເພນີ​ຂອງ​ເຜົ່າ​ຈີງ​ໂພ່​ທີ່​ມີ​ເອ​ກະ​ລັກ​ເຂັ້ມ​ຂຸ້ນ

cri Author: MO




ເມື່ອພິທີ​ໃສ່​ໝວກ​ສິ້ນ​ສຸດ​ລົງ​ແລ້ວ, ຜູ້​ເຖົ້າສອງ​ຄົນ​ໄດ້​ມອບ​ເຫຼົ້າບູຊາ​ໃຫ້"ໜາວ​ຊ່ວງ", "ໜາວ​ຊ່ວງ"​ດື່ມ​ໝົດ​ບາດ​ດຽວ. ຕາມ​ເລົ່າ​ລື​ກັນ​ວ່າ, ມີແຕ່"ໜາວ​ຊ່ວງ"​ດື່ມ​ເຫຼົ່າ​ແລ້ວ, ຈຶ່ງ​ຈື່​​ຮູບ​ພາບ​ເທິງ​ 4 ​ເສົາ​ນັ້ນ​ໄດ້, ​ມີ​ແຕ່​ເຮັດ​ແນວ​ນີ້, "ໜາວ​ຊ່ວງ"ຈຶ່ງ​ສາມາດ​ນຳພາ​ຄົນ​ທັງຫຼາຍຟ້ອນຕາມ​ວາດ​ຟ້ອນ​ອັນ​ຖືກຕ້ອງ​ໃນ​ການ​ເຄື່ອນ​ໄຫວ"ມູ້​ໜາວຈົ້ງ​ເກີ".

ທ່າມກາງ​ສຽງກອງ​ໄມ້​ແລະ​ຂຸ່ຍ, ການ​ເຄື່ອນ​ໄຫວ"ມູ້​ໜາວຈົ້ງ​ເກີ"ກໍ​ໄດ້​ເລີ່​ມຕົ້ນຢ່າງ​ເປັນ​ທາງ​ການ​ແລ້ວ. "ໜາວ​ຊ່ວງ"ສອງ​ຄົນ​ໄດ້​ນຳພາ​ຍິງ​ຊາຍ​ນ້ອຍ​ໃຫຍ່​​ເຜົ່າ​ຈີ​ງ​ໂພ່​ລຽນ​ເປັນ​ແຖວ, ​ຍ່າງ​ເຂົ້າສະໜາມຫຼວງ​ເປັນ​ລຳດັບ. ພວກ​ເຂົາ​ເຈົ້າ​ໄດ້​ເຕັ້ນລຳ​​ຕາມ​ຈັງຫວະຢ່າງ​ມ່ວນ​ຊື່ນ.

ໃນ​ຖັນ​ແຖວ​​ຟ້ອນ​ລຳ, ຜູ້​ຊາຍ​ເຜົ່າ​ຈີ​ງ​ໂພ່​ລ້ວນ​ແຕ່​​ໄດ້​ຖື​ດາບ, ຄົມ​ດາບປິ່ນ​ໄປ​ເບື້ອງ​ຊ້າຍ, ປາຍ​ດາບ​ຊີ້ໄປ​ໜ້າ. ທ້າວ​ຈິ່ນຢົງ ອ້າຍ​ບ່າວ​ເຜົ່າ​ຈີ​ງ​ໂພ່​ບອກ​ນັກ​ຂ່າວ​ວ່າ, ດາບ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ຜູ້​ຊາຍ​ເຜົ່າ​ຈີ​ງ​ໂພ່:

"ດາບ​ແມ່ນ​ສັນຍະ​ລັກ​ຂອງ​ຜູ້​ຊາຍ​ເຜົ່າ​ຈີ​ງ​ໂພ່​ພວກ​ເຮົາ, ອ້າຍ​ບ່າວ​ຜູ້​ໃດ​ກໍ​ຫ່າງ​ອອກ​ຈາກ​ດາບບໍ່​ໄດ້. ຟັນ​ໄມ້​​​ແຕ່ງກິນ​ກໍ​ຕ້ອງ​​ໃຊ້​ພ້າ​ມິດ, ພ້ອມ​ກັນນັ້ນ, ​ໃນ​ສະ​ໄໝບູຮານ​ນະ​ການ, ພ້າ​ມິດ​ຍັງ​ອາດ​​ໃຊ້ເປັນ​ອາວຸ​ດເພື່ອ​ສູ້​ລົບ."

ທ້າວ​ຈິ່ນ​ຢົງ​ເວົ້າວ່າ, ​ໃນ​ຕະຫຼອດຊີວິດ​ຂອງຜູ້​ຊາຍ​ເຜົ່າ​ຈີ​ງ​ໂພ່ຕ້ອງ​ມີ​ພ້າ​ສາມດວງ, ​ແມ່ນ​ພໍ່, ​ແມ່​ຍາຍ, ​ແລະ​ພໍ່ຕາ​ມອບ​ໃຫ້. ​ໃນ​ເວລາກຳ​ເນີ​ດ​ອອກ, ​ພໍ່​ເອົາ​ດາບ​​ໃຫ້; ​ຮອດ​ໄວ​​ເຕັມກະ​ສຽນ​ແລ້ວ, ກໍ​ຕ້ອງປ່ຽນ​ດາບ​ທີ່​ແມ່​ຍາຍ​ເອົາໃຫ້; ​ແຕ່​ງງານ​ແລ້ວ, ຕ້ອງ​​ຂັດ​ດາບ​ທີ່​ພໍ່​ຕາ​ເອົາ​ໃຫ້.

ໃນ​ຊີວິດການ​ເປັນ​ຢູ່​ແລະ​ການ​ຜະລິດ​ຂອງ​ຜູ້​ຊາຍ​ເຜົ່າ​ຈີ​ງ​ໂພ່ນັ້ນ, ດາບ​ໄດ້​ກາຍ​ເປັນ​ພາກສ່ວນໜຶ່ງ​ທີ່​ຂາດ​ເຂີນ​ບໍ່​ໄດ້​​ແລ້ວ. ​ໃນ​ການ​ເຄື່ອນ​ໄຫວ"ມູ້​ໜາວຈົ້ງ​ເກີ", ດາບໄດ້​ກາຍ​ເປັນ​ເຄື່ອງ​ເອ້​ຊະນິດ​ໜຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ອົງອາດ​ກ້າຫານ​ຂອງ​ຜູ້​ຊາຍ.

ໃນ​ຖັນ​ແຖວ​ຟ້ອນ​ລຳ​ນັ້ນ, ຜູ້ຍິງ​ເຜົ່າ​ຈີ​ງ​ໂພ່​ກໍ​ດຶງ​ດູດ​ສາຍ​ຕາ​ຄົນຫຼາຍ, ພວກ​ນາງ​​ກວາດ​ແກວ່ງ​ວີ​ສີ​ແລະ​ຄັນ​ຮົ່ມ​ໃນ​ມື​​ແຮງໆ, ​ແລະເຄື່ອງ​ເງິນ​ທີ່​ປະດັບ​​ໃສ່ສົ້ງ​ເສື້ອ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄື​ດັ່ງ​ນົກ​ງາມໆພວມ​ໂອ້ອວດສະ​ແດງ​ປີກ​ສອງ​ເບື້ອງ​ແລະ​ຂົນ​ຂອງ​ຕົນ​. ນາງ​​ໂຈ​ຊ້ຽນອິງ ສາວ​ເຜົ່າ​ຈີ​ງ​ໂພ່​ໄດ້​​ແນະນຳ​ຄວາມ​​ເປັນ​ມາ​ຂອງ​ກິລິຍາ​ແກວ່ງ​ເຄື່ອງ​ເງິນ​ສູ່​ນັກ​ຂ່າວ​ວ່າ:

"ໃນ​ສະ​ໄໝ​ບູຮານ, ​​​ເວລາ​ຊົນ​ເຜົ່າ​ຈີ​ງ​ໂພ່​ຍ້າຍ​ລົງ​ມາ​ຈາກ​ພູ​ຫິມະສີມາ​ລາ​ຢານັ້ນ, ນົກ​ເທບ​ໄດ້​​ຮຽກ​ພວກ​ເຮົາ​ມາ​ຟ້ອນ"ມູ້​ໜາວຈົ້ງ​ເກີ"​​​ນຳ​ກັນ, ​ເພື່ອ​ລະ​ລຶກ​ເສັ້ນທາງຍົກຍ້າຍ. ເວລານັ້ນ, ພວກເຮົາໄດ້ນຸ່ງຊຸດສວຍງາມ, ​ແກວ່ງ​ສົ້ງ​ເສື້ອ​ທີ່​ປະດັບ​ເຄື່ອງ​ເງິນ, ມາ​ເຕັ້ນລຳ​ນຳ​ກັນ."

ນາງ​ເວົ້າວ່າ, ​ເພື່ອ​ລະ​ລຶກນົກ​ເທບ​​ຕົວ​ນັ້ນ, ​ພາຍ​ລຸນ​ມາ, ເວລາ​ເຕັ້ນລຳ, ​ເຜົ່າ​ຈີ​ງ​ໂພ່​ຈິ່ງໄດ້​ຮັກສາ​ກິລິຍາ​ແກວ່ງ​ເຄື່ອງເງິນ​ໂດຍ​ຕະຫຼອດ.

​ແຕ່ລະ​ປີ, ບ້ານ​ຊົນ​ເຜົ່າ​ແຂວງ​ຢຸນນານ​​ໄດ້ຈັດການ​ເຄື່ອນ​ໄຫວ"ມູ້​ໜາວຈົ້ງ​ເກີ"​​​ທີ່​ໃຫຍ່​ໂຕ​ມະ​ໂຫລານ. ​ໃນ​ເວລາ​ຈັດການ​ເຄື່ອນ​ໄຫວ​ເທື່ອ​ໃດ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດຈະ​ຕື່ນ​ເຕັ້ນນຳ​ບັນຍາກາດ​ດັ່ງກ່າວ, ​ແລ້ວ​ເຂົ້າຮ່ວມ​ຖັນ​ແຖວ​ຟ້ອນ"ມູ້​ໜາວຈົ້ງ​ເກີ"​​​ຢ່າງ​ຫ້າວຫັນ. ບ້ານ​ຊົນ​ເຜົ່າ​ແຂວງ​ຢຸນນານ​ເລີຍ​ກາຍ​ເປັນ​ມະຫາ​ສະໝຸດ​ແຫ່ງ​ການ​ຟ້ອນ, ບັນຍາກາດ​ກໍ​ໄດ້​ເປັນ​ກະ​ແສ​ຟົດ​ຟື້ນ​ຄຶກຄື້ນ​ທີ່​ສຸດ.
(ຈົບ)


1  2  3