ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-25 17:30:41    
ເວທີ​ປາ​ໄສ​​ຫວນ​ຄືນ​ວັນ​ສົ່ງ​ຊາວ​ຍີ່​ປຸ່ນ​ໜຶ່ງ​ລ້ານ​ຄົນ​ຢູ່​ເກາະ​ຫູ​ລູ​ຕາວ​ກັບ​ຄືນ​ຍີ່​ປຸ່ນ​ຄົບ​ຮອບ 60 ປີ​ແລະ​ຈ້ອງ​ມອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໄດ້​ຈັດ​ຂຶ້ນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 25 ມິຖຸນາ, ເວທີ​ປາ​ໄສ​ຫວນ​ຄືນວັນສົ່ງ​ຊາວ​ຍີ່ປຸ່ນ 1 ລ້ານ​ຄົນ​ຢູ່​ເກາະ​ຫູ​ລູ​ຕາວ​ກັບຄືນຍີ່ປຸ່ນຄົບຮອບ 60 ປີ​ແລະຈ້ອງ​ມອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ຫູ​ລູຕາ​ວ​ແຂວງລຽວນິງຂອງ​ຈີນ, ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ຍີ່​ປຸ່ນ 400 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ.

​ໃນ​ພິທີ​ເປີດ​ເວທີ​ປາ​ໄສ, ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ສາກ​ປະ​ຫວັດ​ການ​ສົ່ງ​​ຊາວ​ຍີ່ປຸ່ນ​ໜຶ່ງ​ລ້ານ​ຄົນຢູ່​ເກາະ​ຫູ​ລູ​ຕາວ​ກັບ​ຄືນ​ຍີ່ປຸ່ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ອັນ​ກວ້າງຂວາງ​ແລະ​ນ້ຳ​ໃຈ​ມະນຸດສະທຳ​ຂອງ​ປະຊາ​ຊາດ​ຈີນ. ຝ່າຍ​ຈີນ​ຫວັງ​ໃຫ້​ຜູ່​ນຳ​ຍີ່​ປຸ່ນ​ຈົ່ງ​ໃຊ້​ທ່າ​ທີ​ຮັບຜິດຊອບ​ຕໍ່​ປະຫວັດສາດ ຮັບຜິດ​ຊອບ​ຕໍ່​ປະ​ຊາ​ຊົນ​ແລະ​ຮັບ​ຜິດ​ຊອບ​ຕໍ່​ອະນາຄົດ​ໃນ​ລະດັບ​ສູງ, ທຳ​ການ​ຕົກລົງ​ຢ່າງ​ຖືກຕ້ອງ, ລົບ​ລ້າງ​ອຸ​ປະ​ສັກ​ທາງ​ການ​ເມືອງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ກັບ​ຄືນ​ສູ່​ໂຄ​ຈອນ​ຂະ​ຫຍາຍ​ຕົວ​ຢ່າງ​ເປັນ​ປົກກະຕິ.

​ໃນ​ພິທີ​ເປີດ​ເວທີ​ປາ​ໄສ, ທ່ານ​ມູຣາຢາ​ມາ ​ໂຕ​ມີ​ອີ​ຊີ ອະດີດ​ນາຍົກລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ທີ່​ນຳ​ພາ​ຄະນະ​ຜູ່​ແທນ​ມາ​ເຂົ້າຮ່ວມ​ເວທີ​ປາ​ໄສ​ໄດ້​ສຳຫຼວດ​ຕົນ​ເອງ​ແລະ​​ຂໍ​ຄະ​ມາ​ໂທດ​ຕໍ່​ປະ​ຫວັດ​ສົງຄາມ​ໂລກ​ຄັ້ງທີ​ສອງ. ທ່ານ​ກ່າວ​ວ່າ, ການ​ສົ່ງ​ຄືນ​ຊາວ​ຍີ່​ປຸ່ນ​ຢ່າງ​ຂະ​ໜາດ​ໃຫຍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ອັນ​ກວ້າງຂວາງ​ຂອງ​ປະຊາ​ຊາດ​ຈີນ​ແລະ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ​ຂອງ​ປະ​ຊາຊົນ​ຈີນຢ່າງ​ແທ້​ຈິງ, ຊາວ​ຍີ່ປຸ່ນ​ຢ່າງຫຼວງຫຼາຍຮູ້ສຶກ​ຕື້ນ​ຕັນ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ມິດຕະພາບ​ອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ຈີນ. ທ່ານ​ຍັງ​ເປັນ​ຫ່ວງ​ນຳ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ສະ​ເພາະ​ໜ້າ​ທີ່ "ການ​ເມືອງ​​ເຢັນ​ເສດຖະກິດ​ຮ້ອນ", ​ແລະ​ກ່າວ​ວ່າ ຫວັງ​ໃຫ້​ລັດຖະບານ​ຍີ່ປຸ່ນ​ຈົ່ງ​ປະຕິບັດ​ຕໍ່​ການ​ພົວພັນ​ລະຫວ່າງຈີນກັບ​ຍີ່ປຸ່ນ​ຢ່າງ​ຈິງ​ຈັງ.