|
 |
(GMT+08:00)
2006-06-23 20:27:34
|
 |
ທ່ານຖາງເຈຍສວນເວົ້າວ່າ ຫວັງໃຫ້ຍີ່ປຸ່ນກັບຈີນຈົ່ງພ້ອມກັນພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ໂຄຈອນທີ່ຂະຫຍາຍຕົວຢ່າງເປັນປົກກະຕິ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ23ມິຖຸນາ ຢູ່ປັກກິ່ງ ທ່ານຖາງເຈຍສວນ ທີ່ປຶກສາແຫ່ງລັດຈີນເວົ້າວ່າ,ຈີນຫວັງໃຫ້ຍີ່ປຸ່ນພ້ອມກັນກັບຈີນຜ່ານຜ່າອຸປະສັກດ້ານການເມືອງທີ່ການພົວພັນລະຫວ່າງຈີນກັບຍີ່ປຸ່ນປະເຊີນນັ້ນໂດຍໄວເທົ່າທີ່ຈະໄວໄດ້,ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ໂຄຈອນທີ່ຂະຫຍາຍຕົວຢ່າງເປັນປົກກະຕິ.

ທ່ານຖາງເຈຍສວນແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານໂທຣາໂນຊູເຄ ຄາທາຢາມາ ເລຂາທິການໃຫຍ່ສະພາສູງຂອງພັກຈີມິນຍີ່ປຸ່ນທີ່ມາຢ້ຽມຢາມ.
ທ່ານຖາງເຈຍສວນເວົ້າວ່າ,ການປົກປັກຮັກສາໃຫ້ການພົວພັນລະຫວ່າງຈີນກັບຍີ່ປຸ່ນຂະຫຍາຍຕົວຢ່າງປອດໃສແລະໝັ້ນຄົງນັ້ນສອດຄ່ອງກັບຜົນປະໂຫຍດກົກຮາກຂອງສອງປະເທດແລະປະຊາຊົນສອງຊາດ,ມີຜົນດີຕໍ່ສັນຕິພາບ ສະຖຽນລະພາບແລະການພັດທະນາຂອງພາກພື້ນແຫ່ງນີ້ແລະຂອງໂລກ.ໃນເວລາພົບປະຜູ້ຮັບຜິດຊອບ7ຄະນະໄມຕີຈິດຍີ່ປຸ່ນຈີນ,ທ່ານຫູຈິນທາວປະທານປະເທດຈີນໄດ້ບັນລະຍາຍນະໂຍບາຍໄມຕີຈິດຕໍ່ຍີ່ປຸ່ນຂອງລັດຖະບານຈີນຢ່າງຮອບດ້ານ,ໄດ້ສ່ອງແສງໃຫ້ເຫັນຄວາມປາຖະໜາອັນຈິງຈັງແລະທ່າທີອັນຕັ້ງໜ້າຂອງຝ່າຍຈີນໃນດ້ານປົວແປງການພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນ.
|
|
|