ຕາມຂ່າວສານຈີນ: ວັນທີ 12 ມິຖຸນາ ຜູ່ຮັບຜິດຊອບຕະຫຼາດຄ້າຂາຍເພັດຊຽງໄຮ້ໄດ້ເຜີຍໃຫ້ຮູ້ວ່າ, ແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ຈີນຈະປະຕິບັດນະໂຍບາຍເກັບອາກອນໃໝ່ຕໍ່ການຄ້າຂາຍເພັດ.
ຕະຫຼາດຄ້າຂາຍເພັດຊຽງໄຮ້ແມ່ນຕະຫຼາດຄ້າຂາຍເພັດພຽງແຫ່ງດຽວຂອງຈີນ. ຕາມໄດ້ຊາບ, ປັດຈຸບັນ ອັດຕາອາກອນມູນຄ່າເພີ່ມໃນຂອດນຳເຂົ້າເພັດຊະນິດຕ່າງໆໂດຍຜ່ານຕະຫຼາດຄ້າຂາຍເພັດຊຽງໄຮ້ເຂົ້າໃນຕະຫຼາດຈີນແມ່ນ 17%, ພາຍຫຼັງປະຕິບັດນະໂຍບາຍໃໝ່ແລ້ວ, ອັດຕາອາກອນມູນຄ່າເພີ່ມໃນຂອດນຳເຂົ້າເພັດດິບແລະເພັດສຳເລັດຮູບຕ່າງຈະຫຼຸດລົງເຫຼືອສູນແລະ 4%.
ຜູ່ຮັບຜິດຊອບຫ້ອງການເພັດຊຽງໄຮ້ກ່າວວ່າ, ການປັບປຸງນະໂຍບາຍໃໝ່ເທື່ອນີ້, ຈະເສີມຂະຫຍາຍບົດບາດຊຸກຍູ້ອັນຕັ້ງໜ້າຕໍ່ການພັດທະນາຢ່າງປອດໃສຂອງຕະຫຼາດເພັດຈີນ.
ຕາມແນະນຳວ່າ, ປີກາຍນີ້, ຍອດມູນຄ່າເພັດຂາເຂົ້າຂາອອກຂອງຈີນບັນລຸເຖິງ 410 ລ້ານໂດລາສະຫະລັດ.
|