|
ຕາມຂ່າວສານຊິນຮວາ: ຕາມສະຖິຕິທີ່ສະມາຄົມອຸດສາຫະກຳລົດຍົນຈີນປະກາດໃນວັນທີ 8 ມິຖຸນາ, 5 ເດືອນຕົ້ນປີນີ້, ຈີນໄດ້ຜະລິດລົດຍົນຫຼາຍກວ່າ 3 ລ້ານ 5 ໝື່ນຄັນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍເກືອບ 32%, ສ້າງສະຖິຕິໃໝ່ໃນປະຫວັດສາດ.
ສະຖິຕິຍັງສະແດງໃຫ້ເຫັນວ່າ, 5 ເດືອນຕົ້ນປີນີ້, ປະລິມານຈຳໜ່າຍລົດຍົນຂອງຈີນລື່ນກາຍ 2 ລ້ານ 9 ແສນ 7 ໝື່ນຄັນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍປະມານ 30%.
ບຸກຄົນພາຍໃນວົງການຊີ້ອອກວ່າ, ໃນຫຼາຍປີມານີ້, ຂະໜາດການຕະຫຼາດລົດຍົນຂອງຈີນໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ, ອຸດສາຫະກຳລົດຍົນໄດ້ກາຍເປັນອຸດສາຫະກຳເສົາຄ້ຳຂອງເສດຖະກິດແຫ່ງຊາດຈີນເປັນກ້າວໆ. ແຕ່ປັດຈຸບັນ ບາງປັດໄຈທີ່ຈຳກັດການພັດທະນາອຸດສາຫະກຳລົດຍົນຂອງຈີນຍັງຄົງຕົວຢູ່, ຕົວຢ່າງຄື ຄວາມສາມາດຄົ້ນຄວ້າພັດທະນາໂດຍຕົນເອງຍັງຂ້ອນຂ້າງອ່ອນ, ຂະໜາດວິສາຫະກິດຂ້ອນຂ້າງນ້ອຍ, ຜະລິດຕະພັນຕົ້ນຕໍຢູ່ຕະຫຼາດພາຍໃນປະເທດ, ຂາດຄວາມສາມາດແຂ່ງຂັນໃນໂລກເປັນຕົ້ນ.
|