ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 20:43:12    
ເດີນ​ຜ່ານ​ໄລຍະ​ທາງ​ທີ່​ສະ​ຫງ່າ​ລາ​ສີ--ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ພວມ​ພັດ​ທະ​ນາ

cri Author: lm

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ຕິດຕາມ​ຮັບ​ຟັງ​ລາຍການ​ເສັງ​ຄວາມ​ຮູ້​ທີ່​ມີ​ຫົວ​ຂໍ້​ວ່າ "​ເຮົາກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ". ​ໃນ​ລາຍການ​ພາກ​ນີ້, ​ເຊີນ​ຟັງ​ບົດ​ທີ​ສອງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເດີນ​ຜ່ານ​ໄລຍະ​ທາງ​ທີ່​ສະຫງ່າ​ລາສີ. ​ແນະນຳ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ເປີດ​ປະຕູ​ແລະ​ພວມພັດທະນາ​ສູ່​ທ່ານ​ຟັງ.

ກ່ອນ​ຈະ​ເລີ່​ມຕົ້ນລາຍການ, ຂ້າພະ​ເຈົ້າຂໍ​ສະ​ເໜີຄຳ​ຖາມ​ສອງ​ຂໍ້​ຂອງ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້. ຂໍ້​ທີ​ໜຶ່ງ​, ປັດຈຸບັນ ຫ້ອງການ​ນັກ​ຂ່າວ​ຂອງ​ວິທະຍຸ​ສາກົນ​​ແຫ່ງປະ​ເທດຈີນ​ປະຈຳ​ແຫ່ງ​ຕ່າງໆ​ໃນ​ທົ່​ວ​ໂລກ​ມີຈັກແຫ່ງ? ຂໍ້​ທີ​ສອງ, ປັດຈຸບັນ ​ແຕ່​ລະ​ມື້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກະ​ຈາຍ​ສຽງ​ຕໍ່​ຕ່າງປະ​ເທດ​ມີ​ຈັກພາສາ.

ທ້າຍຊຸມ​ປີ 70 ​ສະຕະວັດ​ທີ່​ແລ້ວ, ຈີນ​ເລີ່​ມປະຕິບັດ​ນະ​ໂຍບາຍ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ. ແຕ່​ນັ້ນ​ເປັນຕົ້ນມາ, ການກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ກໍ່​ໄດ້​ເດີນ​ໄປ​ຕາມ​ເສັ້ນ​ທາງ​ທີ່​ເປີດ​ປະຕູ​ແລະ​ພັດທະນາ, ​ແລະ​ມີ​ອິດ​ທິພົນ​ນັບ​ມື້​ນັບຫຼາຍ. ວາລະສານ "​ເຣດີ​ໂອ ຄູ​ຣີ​ເອີ" ​ເຢຍ​ລະ​ມັນຖື​ການ​ປ່ຽນ​ແປງ​ຂອງ​ລາຍການພາສາ​ເຢຍລະ​ມັນ​ຂອງ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​​ເປັນ "ລົມ​ສົດ​ໃສ​ທີ່​ພັດ​ມາ​ຈາກ​ຈີນ​​ໄກ​ແສນ​ໄກ", ​ແລ້ວ​ຖືວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນເປັນ "ວິທະຍຸ​ທີ່​ຄົນ​ທັງຫຼາຍມັກຟັງ". ​ໃນ​ຄາວ​ນັ້ນ ສະມາຄົມສະ​ໂມ​ສອນ​ວິທະຍຸ​ທະ​ວີບ​ອາ​ເມ​ລິ​ກາ​ເໜືອ​ກໍ່​ປະ​ກວດ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ເປັນ "ວິທະຍຸ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ".

ຄຽງ​ຄູ່​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​​ຫວັງ​ຢາກ​ຮູ້ຈັກ​ສະພາບການ​ພັດທະນາ​ຂອງ​ຈີນ​ຫຼາຍ​ຍິ່ງ​ຂຶ້ນ, ​ເນື້ອ​ໃນ​​​ແຈ້ງ​ຂ່າວແລະ​ຮູບ​ແບບລາຍການ​​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກໍ່​ເລີ່​ມມີ​ການ​ປ່ຽນ​ແປງ. ທ່ານ​ວາງ​ໂຈ້​ໂຈ່​ວ ບັນນາທິການ​ຊັ້ນສູງ​ຂອງ​ວິທະຍຸ​ພວກ​ເຮົາ​ທີ່​ເຄີຍ​ໄດ້​ຮັບ​ລາງ​ວັນ​ບັນນາທິການ​ຂ່າວ​ຄາວ​ສູງ​ສຸດ​ຂອງ​ຈີນ​ຫວນ​ຄືນ​ວ່າ, ​ແຕ່​ນັ້ນ​ມາ, ການ​ຈັດ​​ລາຍ​ການ​ຂອງ​ວິ​ທະ​ຍຸ​ພວກ​ເຮົາ​​ກໍ່ເລີ່​ມປ່ຽນຈາກ​ການມີ​​ທຳນອງ​ດຽວມາ​ເປັນ​ມີ​ຫຼາຍ​ສີ​ຫຼາຍ​ສັນ, ລາຍ​ງານ​ສະ​ພາບ​ຕົວ​ຈິງ​ຂອງ​ຈີນ​ທີ່​ພວມ​ພັດທະນາ​ຕໍ່​ທົ່ວ​ໂລກ​ດ້ວຍ​ສາຍ​ຕາ​ພິ​ເສດ.

ທ່ານ​ວາງ​ໂຈ້​​ໂຈ່ວ​ແມ່ນ​ເຂົ້າ​ເຮັດ​ວຽກ​ຢູ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ເມື່ອ​ຕົ້ນ​ຊຸມ​ປີ 60 ສະ​ຕະ​ວັດ​ທີ່​ແລ້ວ. ປີ​ນີ້ອາຍຸ​ເກືອບ 70 ປີ​ແລ້ວ, ທ່ານ​ແມ່ນໜຶ່ງ​ໃນນັກ​ຂ່າວ​ງວດ​ທຳ​ອິດ​ທີ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ແຕ່ງ​ໄປ​ປະຈຳ​ຢູ່​ຕ່າງປະ​ເທດ​. ໃນ​ເວລາ​ກ່າວ​ເຖິງ​ປະ​ສົບ​ການ​ໃນ 20 ປີ​ກ່ອນ. ທ່ານ​ເວົ້າວ່າ​:

ຄວນ​ເວົ້າ​ໄດ້​ວ່າ ​ແຕ່​ມື້​ສ້າງຕັ້ງຫ້ອງການນັນ​ກຂ່າວປະຈຳ​ປາຣີມື້​ທຳ​ອິດ​ເປັນ​ຕົ້ນ​ມາ, ພວກ​ຂ້າ​ພະ​ເຈົ້າ​ທຸ່ມ​ເທ​ກຳລັງວັງຊາ​ເຂົ້າ​ໃນ​ໜ້າ​ທີ່​ຕຳ​ແໜ່​ງ, ​ໄປ​ເອົາ​ຂ່າວ​ຢູ່​ກັບ​ບ່ອນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກຕ່າງໆ, ລາຍການ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ອອກ​ອາ​ກາດ​ທັນ​ເທດ​ການ. ຕົວ​ຢ່າງ​ຄື ​ຂ້າພະ​ເຈົ້າ​ໄດ້​​ໄປ​ເອົາຂ່າວ​​ການ​​ເຊັນ​ສັນຍາ​ສັນຕິພາບ​​ອາຟ​ກາ​ນິສ​ຖານ​ຢູ່​ທີ່​ເຊີ​ແນວ, ຫຼັງຈາກ​​ເຊັນ​ສັນຍາ 20 ກວ່ານາທີ, ຂ່າວ​ນີ້​ພວກ​ຂ້າພະ​ເຈົ້າກໍ່​ໄດ້​ອອກ​ອາກາດ​ແລ້ວ.

​ແຕ່​ປີ 1980 ​ເປັນຕົ້ນມາ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ເລີ່​ມຕັ້ງຫ້ອງການ​ນັກ​ຂ່າວ​ຢູ່​ຕ່າງ​ປະ​ເທດ​ເປັນ​ກ້າວໆ, ​ໃນ​ນັ້ນ​​ຕັ້ງກ່ອນໝູ່​ແມ່ນຢູ່​ໂຕ​ກຽວ​ແຫ່ງ​ຍີ່ປຸ່ນ​ແລະ​ເບັນ​ກຼາດ​ແຫ່ງ​ຢູ​ໂກ​ສະ​ລາ​ວີ​. ​ໃນ​ນັກ​ຂ່າວ​ທີ່​ຖືກ​ແຕ່ງ​ໄປ​ປະຈຳ​ຢູ່​ຕ່າງປະ​ເທດນັ້ນ, ນາງ​ລິວ​ຊູ້​ຢູນ​ຖືກ​ແຕ່ງ​ໄປ​ປະ​ຈຳ​ຢູ່​ເຢລູຊາ​ເລັມ, ນາງໄດ້​ລາຍ​ງານ​ຂ່າວ​ຈຳນວນຫຼວງຫຼາຍ​ໃນ​ທ່າມກາງ​ສຽງ​ລະ​ເບີດ​, ​ແມ່ນ​ນັກ​ຂ່າວ​ທີ່​ໄດ້​ຮັບ​ຄວາມ​ໂຄລົ​ບນັບຖືທີ່​ສຸດ. ປັດຈຸບັນ ນາງ​ໄດ້​ສຳ​ເລັດ​ວຽກກັບຄືນປະ​ເທດ​ແລ້ວ, ນາງ​ລິວ​ຊູ້​ຢູນ​ເວົ້າວ່າ:

​​ເດືອນ​ຕຸລາ​ປີ 2000, ຢູ່ລະຫວ່າງ​ປາ​ເລັສຕິ​ນອິສຣາ​ແອນ​​ໄດ້ເກີດ​ການ​ປະ​ທະ​ກັນ​ອີກ, ສ່ວນ​ຫຼາຍ​ແມ່ນ​ເກີດ​ຂຶ້ນຢູ່​ເຂດກາຊາ, ​ເວລາ​ຂ້າພະ​ເຈົ້າ​ໄປ​ເອົາຂ່າວ​ຢູ່​ເຂດ​ກາ​ຊາ​ນັ້ນ ​ໄດ້​ເອົາ​ທຸງ​ຊາດ​ຈີນ​ຜືນ​ໜຶ່ງໄປ​ນຳ. ຢູ່​ແຫ່ງ​ນັ້ນ ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ຊາວ​ປາ​ເລັສ​ຕິນ​ຜູ່​ໜຶ່ງ​ຖືກ​ປືນ​ຍິງ​​ລົ້ມ​ລົງ, ​ເລືອດ​ໄຫຼອອກ​ຈາກ​ຂາ​ຂອງ​ເຂົາ. ​ຜູ່​ຖືກ​ລູກປືນ​ລົ້ມ​ລົງ​ນັ້ນ​ຫ່າງ​ຈາກ​ພວກ​ຂ້າ​ພະ​ເຈົ້າບໍ່​ເທົ່າ​ໃດ​ແມັດ, ສະນັ້ນ ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ຢ່າງ​ກະທັນຫັນ​ວ່າ, ຄວາມ​ຕາຍ​ແມ່ນ​​ໃກ້​ພວກ​ຂ້າ​ພະ​ເຈົ້າທີ່​ສຸດ, ມັນ​ອາດ​ຈະ​ເກີດ​ນຳ​ພວກ​ຂ້າພະ​ເຈົ້າ​ເອງ. ທີ່​ຈິງ​ແລ້ວ ​ຫຼັງ​ຈາກ​ນັ້ນ​ມາ​ຫຼາຍ​ປີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສະ​ພາບ​ການ​ດັ່ງ​ກ່າວ​ຫຼາຍບໍ່ຢອກ.

ປັດຈຸບັນ ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຕັ້ງຫ້ອນການ​ນັກ​ຂ່າວ​ປະ​ຈຳ​ຢູ່​ຕ່າງປະ​ເທດ 27 ​ແຫ່ງ. ຕາບ​ໃດ​ມີ​ເຫດການ​ສຳຄັນ​ເກີດ​ຂຶ້ນ​ໃນ​ໂລກ, ນັກ​ຂ່າວ​ທີ່​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ​ເຫຼົ່ານີ້​ກໍ​ຈະ​ໄດ້​ລາຍ​ງານ​ຂ່າວຢູ່​ກັບ​ບ່ອນ​ທີ່​ເກີດ​​ເຫດ​ຢ່າງ​ທັນ​ການ. ຄຽງ​ຄູ່​ກັບ​ການ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​​ເປີດ​ກວ້າງ​ແລະ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປັດ​ຈຸ​ບັນ ​ແຕ່​ລະ​ມື້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກະຈາຍສຽງ​ຕໍ່​ຕ່າງ​ປະ​ເທດ 780 ກວ່າ​ຊົ່ວ​ໂມງ​ດ້ວຍ 43 ພາ​ສາ, ຈຳນວນ​ພາສາ ​ເວລາ​ອອກ​ອາກາດແລະ​ປະລິ​ມານ​ຈົດ​ໝາຍ​ທີ່​ຜູ່​ຟັງ​ທັງ​ຫຼາຍ ຝາກ​ມາ​ນັ້ນ ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ເປັນ​ໜຶ່ງ​ໃນ​ສາມ​ວິ​ທະ​ຍຸ​ສາ​ກົນ​ໃຫຍ່​ຂອງ​ໂລກ​ແລ້ວ.

ຫຼັງຈາກ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ຊາວ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກ ສຶກສາ ທ່ອງ​ທ່ຽວ​ແລະ​ເຮັດ​ທຸລະ​ກິດ​ຢູ່​ຈີນ​ນັບ​ມື້​ນັບຫຼາຍ. ​ເພື່ອ​​ເຮັດ​ໃຫ້​ພວກ​​ເຂົາ​ເຈົ້າ​ຮູ້​ຈັກ​ນະ​ໂຍບາຍ​​ຕໍ່ພາຍ​ໃນປະ​ເທດ​ແລະຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ຢ່າງ​ທັນ​ການ, ຮັບ​ຮູ້​ຈີນ​ຢ່າງ​ຖືກ​ຕ້ອງ, ​ແລະ​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພະນັກງານ​ວິທະຍາສາດ​ເຕັກນິກ ​ວັດທະນະທຳ​ການ​ສຶກສາ​ ພະນັກງານ​ພົວພັນ​ຕ່າງປະ​ເທດ​ແລະ​ນັກຮຽນອັນ​ໄພສານ​, ປີ 1984, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຈັດ​ລາຍ​ການ ​FM ​ພາສາ​ອັງກິດ​ຢູ່​ເຂດ​ປັກ​ກິ່ງ​ກ່ອນ. ​ເມື່ອ​ກ່າວ​​ເຖິງ​ການ​ຈັດ​ລາຍ​ການ​ ​FM ພາ​ສາ​ອັງ​ກິດ, ທ່ານນາງ​ຫວາງ​ລູ້ ຮອງ​ຜູ່​ວ່າ​ການ​ຂອງ​ລາຍ​ການ​ດັ່ງ​ກ່າວ​ຊຸດ​ປັດ​ຈຸ​ບັນ​ເວົ້າ​ວ່າ:

ລາຍການ ​FM ພາສາ​ອັງກິດ​ ​ເປັນ​ລາຍການຢ່ອນ​ອາລົມ, ຄວນ​ເວົ້າ​ໄດ້​ວ່າ​ຈົນ​ຮອດ​ປັດ​ຈຸ​ບັນ ​ແມ່ນ​ລາຍການພາສາ​ອັງກິດ​ທີ່​ມີ​ລະດັບ​ວິຊາ​ການ​ສູ​ງສຸດ​ພາຍ​ໃນ​ປະ​ເທດ​ຈີນ. ບໍ່​ວ່າ​ຈະ​ແມ່ນ​ລາຍ​ການ​​ເພງ ຫຼື​ແມ່ນ​ການ​ກະຈາຍສຽງ​ດ້ວຍ​ພາສາ​ອັງກິດ, ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ພວກ​ຂ້າພະ​ເຈົ້າ​ແມ່ນ​ຜູ່​ລິ​ເລີ່​ມ​ຢູ່​ເຂດ​ໃນ​ຈີນ.

ຄຽງ​ຄູ່​ກັບ​ວິທະຍຸ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ມີ​ອິດ​ທິພົນ​ນັບ​ມື້​ນັບ​ຫຼາຍ, ພາ​ຫະ​ນະ​ອັນ​ໜຶ່ງ​ອັນ​ດຽວ​ຄື ການກະຈາຍສຽງອອກ​ອາກາດ​ຂອງ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ມີ​ຢູ່​ແຕ່​ເດີມ​ນັ້ນ ບໍ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ສະພາບ​ໃນ​ປັດ​ຈຸ​ບັນ​ແລ້ວ.

ປີ 1998, ວິ​ທະ​ຍຸສາກົນ​ແຫ່ງ​ປະ​ເທດ​ຈີນ​ເລີ່​ມພັດທະນາ​ວຽກ​ງານ​ວິທະຍຸ​ທາງ​ອິນ​ເຕີ​ເນັດ, ​ໄດ້​ສ້າງ​ຕັ້ງ CRI Online, ປັດຈຸບັນ ​ເວັບ​ໄຊ​ດັ່ງກ່າວ​ໄດ້​ພັດທະນາ​ເປັນ​ເວັບ​ໄຊຈີນ​ທີ່​ມີ​ພາ​ສາ​ຕ່າງ​ປະ​ເທດ​ຫຼາຍກວ່າ​ໝູ່​ ຄື​ປະກອບ​ດ້ວຍ​ໜັງສື 43 ຊະນິດ ​ແລະ​ມີ​ລາຍ​ການ​ກະ​ຈາຍ​ສຽງ 48 ພາ​ສາ. ຕາມ​ສະ​ຖິ​ຕິ, ​ໃນ​ເວັບ​ໄຊ​ຂອງບັນດາ​ວິ​ທະ​ຍຸ​ສາກົນ​ໃຫຍ່ທົ່ວ​ໂລກ, CRI Online ​ມີ​ຊື່​ສຽງ​ດົ່ງ​ດັງ​ກວ່າ​ໝູ່.

ຕໍ່​ໄປ​ຂ້າພະ​ເຈົ້າຈະ​ອ່ານ​ຄຳ​ຖາມສອງ​ຂໍ້​​​ຂອງການເສັງ​ຄວາມ​ຮູ້​​ເທື່ອ​ນີ້​ອີກ​ເທື່ອ​ໜຶ່ງ: ຂໍ້​ທີ​ໜຶ່ງ​, ປັດຈຸບັນ ຫ້ອງການນັກ​ຂ່າວ​ຂອງ​ວິທະຍຸ​ສາກົນ​​ແຫ່ງປະ​ເທດຈີນປະຈຳ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​ມີ​ຈັກແຫ່ງ? ຂໍ້​ທີ​ສອງ, ປັດຈຸບັນ ​ແຕ່​ລະ​ມື້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດມີ​ຈັກພາສາ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ເສັງ​ຄວາມ​ຮູ້​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ​ໃນ​ລາຍ​ການ​ພາກ​ໜ້າ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ລາຍການ​ເສັງ​ຄວາມ​ຮູ້​ທີ່​ພາດ​ຫົວ​ເລື່ອງ​ວ່າ: ອະ​ນາ​ຄົດ​ທີ່​ໃໝ່​ອ່ຽມ. ສະບາຍດີ.