ຕາມຂ່າວcri:ໃນ4ເດືອນຕົ້ນປີນີ້,ວິສາຫະກິດຊົນນະບົດຈີນໝູນໄດ້ເດີນເປັນຢ່າງດີ,ນັບໂຮມລວມກັນໄດ້ສ້າງມູນຄ່າເພີ່ມ170ກວ່າຕື້ຢວນ,ເພີ່ມຂຶ້ນ12%ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ໃນ4ເດືອນຕົ້ນປີນີ້,ການສົ່ງອອກຂອງວິສາຫະກິດຊົນນະບົດຈີນໄດ້ເພີ່ມຂຶ້ນ17%ເມື່ອທຽບກັບໄລຍະດຽວຂອງປີກາຍ,ອັນໄດ້ຊຸກຍູ້ວິສາຫະກິດຊົນນະບົດໄດ້ພັດທະນາຢ່າງວ່ອງໄວ.
ວິສາຫະກິດຊົນນະບົດຈີນແມ່ນວິສາຫະກິດທີ່ຊາວກະສິກອນສ້າງຂຶ້ນແລະດຳເນີນການຜະລິດຜົນ,ແລກປ່ຽນ,ບໍລິການ.ຫຼັງຈາກປີ1979,ວິສາຫະກິດຊົນນະບົດຈີນໄດ້ພັດທະນາຢ່າງວ່ອງໄວ.ປັດຈຸບັນ,ວິສາຫະກິດຊົນນະບົດຈີນໄດ້ກາຍເປັນເສົາຄ້ຳສຳຄັນຂອງເສດຖະກິດຈີນ,ພ້ອມກັນນັ້ນຍັງມີບົດບາດສຳຄັນໃນການແກ້ໄຂບັນຫາແຮງງານເຫຼືອຢູ່ຊົນນະບົດຈີນ.
|