ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-27 18:33:25    
ຈີນ​ຍິນ​ດີ​ພ້ອມ​ກັບ​ເກຼັກ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 27 ພຶດສະພາ ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ກ່ວນ​ເຈິ້ງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ​ເລຂາທິການ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມ​ກັບ​ເກຼັກເພີ່ມ​ທະວີການ​ແລກ​ປ່ຽນ​ແລະ​ການຮ່ວມ​ມື​ໃນ​ການ​ຕ້ານ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ.

​ໃນ​ເວລາ​ພົບ​ປະ​ທ່ານ​ພາ​ຟ​ໂລ​ໂພ​​ໂລ​ສ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ເກຼັກທີ່​ມາ​ຢ້ຽມ​ຢາມ, ທ່ານ​ອູ​ກ່ວນ​ເຈິ້ງ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ເສດຖະກິດ​​ໂລ​ກາ​ພິ​ວັດ, ສະ​ພາບ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ​ນັບ​ມື້​ນັບປະກົດ​ມີລັກສະນະ​ຂ້າມ​ຊາດ, ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ແມ່ນ​ສຳຄັນ​ຍິ່ງ. ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ​ເຂດ​ແຄວ້ນແລະອົງການ​ຈັດຕັ້ງສາກົນທີ່​ກ່ຽວ​ຂ້ອງ​ ​ເຊິ່ງ​ລວມ​ທັງ​ເກຼັກ ບົນ​ພື້ນ​ຖານ​ສະ​ເໝີ​ພາບ​ແລະ​ໂຄລົບ​ເຊິ່ງກັນ​ແລະ​ກັນ, ຖອດ​ຖອນ​ເອົາ​ບົດ​ຮຽນ​​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ໃຫ້​ການ​ຕ້ານ​ການ​ຊຸມ​​ໂຊມ​ເປື່ອຍ​ເຍື່ອຍ​ພັດທະນາ​ລົງ​ສູ່​ລວງ​ເລິກ.