ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 10:46:55    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຍີ່​ປຸ່ນ​ພົບ​ປະ​ຢູ່​ໂຕ​ຮາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ23​ພຶດສະພາ,ທ່ານຫຼີຈ້າວ​ຊິ່ງ ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ທີ່​ພວມ​ເຂົ້າຮ່ວມກອງ​ປະຊຸມ​​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທີ5​ຂອງການ​ສົນ​ທະ​ນາ​ການ​ຮ່ວມ​ມື​ອາຊີ​ຢູ່​ໂຕ​ຮາ ນະຄອນຫຼວງກາ​ຕາ​ໄດ້​ພົບ​ປະ​ທ່ານ​ທາ​ໂລ ອາ​ໂຊ ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ.ນີ້​ແມ່ນ​ການ​ພົບ​ປະຄັ້ງທຳ​ອິດລະຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຈີນ​ຍີ່ປຸ່ນ​ແຕ່​ເດືອນ​ພຶດສະພາ​ປີ2005​ເປັນຕົ້ນມາ.

​ໃນ​ການ​ພົບ​ປະ,ທ່ານຫຼີຈ້າວ​ຊິ່ງກ່າວ​ລື້​ມວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບຝ່າຍ​ຍີ່ປຸ່ນ,ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ອັນ​ໜັກໜ່ວງ​ທີ່​ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ຈີນ​ຍີ່ປຸ່ນ​ປະ​ເຊີນ​ໜ້າ​ໃນ​ປະຈຸ​ບັນ​ນີ້,ຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ​ກັບ​ຄືນ​ສູ່​ໂຄຈອນ​ທີ່​ພັດທະນາ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ.ທ່ານຫຼີຈ້າວ​ຊິ່ງຍັງ​ຊີ້​ອອກ​ວ່າ,ຜູ້ນຳ​ຍີ່ປຸ່ນ​ຍຶດໝັ້ນນະມັດສະການ​ວັດ​ຢາ​ຊືຄູ​ນີ ທີ່​ຕັ້ງ​ປ້າຍ​ວິນ​ຍານ​ຂອງອາ​ຊະ​ຍາກ​ອນຊັ້ນກ.ສົງຄາມ​ໂລກ​ຄັ້ງທີ2,​ນີ້​ໄດ້​ທຳ​ລາຍ​ພື້ນ​ຖານ​ການ​ເມືອງ​ຂອງ​ການ​ພົວພັນ​ຈີນ​ຍີ່ປຸ່ນ.ການ​ກຳຈັດ​ອຸປະສັກ​ດ້ານ​ການ​ເມືອງ​ດັ່ງກ່າວ​ໂດຍ​ໄວ,​ແມ່ນ​ຫົວ​ຂໍ້​ຕົວ​ຈິງ​ທີ່​ປົວ​ແປງ​ແລະ​ພັດທະນາ​ການ​ພົວພັນ​ສອງ​ປະ​ເທດ.

ທ່ານ​ທາ​ໂລ ອາ​ໂຊ​ກ່ວ​ວ່າ,ຍີ່ປຸ່ນ​ເອົາ​ໃຈ​ໃສ່​ນຳການ​ພົວພັນ​ຍີ່ປຸ່ນ​ຈີນ​ໃນ​ລະດັບ​ສູງ,ຫວັງ​ຂະ ຫຍາ​ຍການ​ພົວພັນ​ມິດຕະພາບ​ຍີ່ປຸ່ນ​ຈີນ​ບົນ​ພື້ນຖານ​ເອກະສານ​ການ​ເມືອງ​ລະຫວ່າງ​ຍີ່ປຸ່ນ​ຈີນ​ສາມ​ສະບັບ​ຢ່າງ​ຈິງ​ໃຈ.​ໃນບັນຫາ​ໄຕ້​ຫວັນ,ລັດຖະບານ​ຍີ່ປຸ່ນ​ຈະ​ສືບ​ຕໍ່​ຍຶດໝັ້ນຫຼັກການ​ຈີນ​ດຽວ.

​ເພື່ອ​ຊຸກຍູ້​ການ​ປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ,ສອງ​ຝ່າຍ​ເຫັນ​ດີ​ວ່າ,ຈີນ​ຍີ່​ປຸ່ນຄວນ​ເພີ່​ມທະວີ​ການ​ສົນທະນາ​ຍຸດ​ທະ​ສາດ,ລົງ​ເລິກ​ການ​ພົວພັນດ້ານ​ເສດຖະກິດ​ການ​ຄ້າ,​ເປີດ​ກວ້າງ​ການ​​ແລກປ່ຽນຢ່າງ​ມີໄມຕີ​ຈິດ​ຂອງ​ປະຊາຊົນ​ພ້ອມ​ດ້ວຍ​ສືບ​ຕໍ່​ດຳ​ເນີນ​ການ​ສົນທະນາ​ດ້ານ​ຄວາມ​ໝັ້ນຄົງ​ຂັ້ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ການ​ແລກ​ປ່ຽນ​ທີ່​ມີລະດັບ​ເທົ່າກັນເປັນຕົ້ນ.