ຕາມຂ່າວCRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ທີ່ປັກກິ່ງໃນວັນທີ 16 ພຶດສະພາ, ທ່ານລິວຈ້ຽນຊາວ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ, ການເຈລະຈາລະຫວ່າງຈີນກັບຍີ່ປຸ່ນຮອບທີ 5 ກ່ຽວກັບບັນຫາທະເລຈີນຕາເວັນອອກຈະຈັດຂຶ້ນຢູ່ໂຕກຽວໃນວັນທີ 18 ພຶດສະພາ.
ທ່ານລິວຈ້ຽນຊາວກ່າວວ່າ, ຮອດເວລານັ້ນ ທ່ານຫູເຈິ້ງເຢ້ ຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນກັບທ່ານໂຈໂຈຈຽງຊຽນ ອີຊີໂຣ ຫົວໜ້າກົມອາຊີໂອຊີອານີກະຊວງການຕ່າງປະເທດຍີ່ປຸ່ນຕ່າງຈະນຳພາຄະນະຜູ່ແທນເຂົ້າຮ່ວມ, ສອງຝ່າຍຈະສືບຕໍ່ແລກປ່ຽນຄວາມເຫັນກ່ຽວກັບບັນຫາທະເລຈີນຕາເວັນອອກ.
ທ່ານລິວຈ້ຽນຊາວກ່າວວ່າ, ເນື່ອງຈາກຈີນຍີ່ປຸ່ນມີຄວາມເຫັນຂັດກັນຂ້ອນຂ້າງຫຼາຍໃນບັນຫາທະເວຈີນຕາເວັນອອກ, ບາງບັນຫາກໍ່ຂ້ອນຂ້າງສັບສົນ, ຢາກຜ່ານຈາກການເຈລະຈາເທື່ອນີ້ໃຫ້ໄດ້ຄວາມຄືບໜ້າທີ່ມີລັກສະນະບຸກທະລຸແມ່ນຍາກຢູ່. ແຕ່ທ່ານກ່າວວ່າ, ຝ່າຍຈີນຈະໃຊ້ທ່າທີຮັບຜິດຊອບແລະຕັ້ງໜ້າເຈລະຈາກັບຝ່າຍຍີ່ປຸ່ນຢ່າງຈິງຈັງກ່ຽວກັບບັນຫາທະເລຈີນຕາເວັນອອກ, ຫວັງໃຫ້ສອງຝ່າຍຫຍໍ້ຄວາມເຫັນຂັດກັນຢ່າງບໍ່ຢຸດຢັ້ງ.
|